ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ອາ​ຊຽນ ກ່ຽວ​ກັບ​​ສິ່ງ​ແວດ​ລ້ອມ​ມຸ່ງ​ໄປ​ເຖິງ​ລະ​ບົບ​ຊີ​ວະ​ພາບ​ແບບ​ຍື​ນ​ຍົງ

(VOVWORLD) - ນັບແຕ່ວັນທີ 24 – 27 ພະຈິກ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ກ່ຽວກັບສິ່ງແວດລ້ອມ (ກອງປະຊຸມ ASOEN 31) ແລະ ບັນດາກອງປະຊຸມອື່ນທີ່ກ່ຽວຂ້ອງ ຖືກຈັດຂຶ້ນຜ່ານທາງອອນລາຍ. 
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ອາ​ຊຽນ ກ່ຽວ​ກັບ​​ສິ່ງ​ແວດ​ລ້ອມ​ມຸ່ງ​ໄປ​ເຖິງ​ລະ​ບົບ​ຊີ​ວະ​ພາບ​ແບບ​ຍື​ນ​ຍົງ - ảnh 1ກອງປະຊຸມ ASOEN 31 (ພາບ: baotainguyenmoitruong.vn) 

ກອງປະຊຸມ ແມ່ນໂອກາດເພື່ອໃຫ້ບັນດາປະເທດສະມາຊິກ ອາຊຽນ ພ້ອມກັນສໍາຫຼວດກວດຄືນບັນດາລາຍການເຄື່ອນໄຫວຂອງ ASOEN, ກໍຄືປຶກສາຫາລື ເພື່ອແນໃສ່ຍົກອອກບັນດາຂໍ້ສະເໜີແນະ ເພື່ອໃຫ້ບັນດາການເຄື່ອນໄຫວຂອງ ASOEN ນັບມື້ນັບມີປະສິດທິຜົນ, ປະກອບສ່ວນບັນລຸໄດ້ບັນດາເປົ້າໝາຍຂອງ ຮ່າງແຜນການຍຸດທະສາດຮ່ວມມືປົກປັກຮັກສາສິ່ງແວດລ້ອມໃນ ອາຊຽນ, ພ້ອມທັງປະກອບສ່ວນບັນລຸໄດ້ສິ່ງແວດລ້ອມແບບຍືນຍົງໃນຂອບເຂດແຜນການສັງລວມ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ແລະ ວິໄສທັດ ປະຊາຄົມ ອາຊຽນ 2025.

        ກ່າວປາໄສຢູ່ວາລະໄຂ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫວໍຕ໊ວນເຍິນ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ຍາມໃດກຖືວຽກງານປົກປັກຮັກສາສິ່ງແວດລ້ອມເປັນສຳຄັນ, ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາລະບົບຊີວະນາໆພັນ, ຄຸ້ມຄອງຊັບພະຍາກອນນ້ຳ, ສິ່ງແວດລ້ອມທາງທະເລ, ການປ່ຽນແປງຂອງດິນຟ້າອາກາດ, ທາດເຄມີ ແລະ ສິ່ງເສດເຫຼືອ, ກໍຄືແກ້ໄຂບັນຫາສິ່ງເສດເຫຼືອພະລາດສະຕິກຢູ່ມະຫາສະໝຸດ ແລະ ມານະພະຍາຍາມຊຸກຍູ້ການພັດທະນາເສດຖະກິດຕາມທິດຍືນຍົງ. ຫວຽດນາມ ສະໜັບສະໜູນຢ່າງແຮງ ຕໍ່ການກໍ່ສ້າງແຜນການເຄື່ອນໄຫວຂອງພາກພື້ນ ອາຊຽນ ກ່ຽວກັບການຕ້ານການຖີ້ມສິ່ງເສດເຫຼືອພະລາດສະຕິກໃສ່ທະເລ ແລະ ບັນດາຖະແຫຼງການຮ່ວມ ອາຂຽນ ໃນ ກອງປະຊຸມ COP 15 ແລະ ກອງປະຊຸມ COP 26, ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອຫັນບັນດາຄຳໝັ້ນສັນຍາ ແນໃສ່ປະຕິບັດແຜນການສັງລວມ ແລະ ວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ດີທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ