ກອງ​ປະ​ຊຸມ​ເຈົ້າ​ໜ​້າ​​ທີ່ອາ​ວຸ​ໂສ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 23

(VOVWORLD) -   ວັນທີ 28 ເມສາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ອິນເດຍ ຄັ້ງທີ 23 ໄດ້ດຳເນີນຕາມຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ອາຊຽນ ແລະ ອິນເດຍ ປະຈຳປີ ເພື່ອແລກປ່ຽນກ່ຽວກັບຫຼາຍເນື້ອໃນຮ່ວມມືທີ່ສຳຄັນ, ພ້ອມທັງແບ່ງປັນບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 
ກອງ​ປະ​ຊຸມ​ເຈົ້າ​ໜ​້າ​​ທີ່ອາ​ວຸ​ໂສ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 23 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ອິນເດຍ ຈະຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະ ຄວບຄຸມສະພາບການໂລກລະບາດໂຄວິດ - 19 ທີ່ນັບມື້ນັບສັບສົນນີ້ໄດ້ໂດຍໄວ, ພ້ອມທັງຢັ້ງຢືນຄວາມສາມັກຄີ ແລະ ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ ພ້ອມກັບ ອິນເດຍ ໃນຈຸດເວລາທີ່ຫຍຸ້ງຍາກນີ້.

        ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ກໍຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືຢູ່ທະເລສຳລັບສະພາບແວດລ້ອມຄວາມໝັ້ນຄົງ, ການເພີ່ມທະວີເສດຖະກິດ, ການພັດທະນາແບບຍືນຍົງຂອງບັນດາປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ; ສະເໜີ ໃຫ້ ອາຊຽນ ແລະ ອິນເດຍ ຕ້ອງເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດພາກພື້ນ ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະ ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ລວມທັງ UNCLOS 1982, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການສ້າງ ແລະ ຖືບັນດາມາດຖານຂອງການປະພຶດເປັນສຳຄັນ ເປັນຕົ້ນແມ່ນ ຖະແຫຼງການ DOC ແລະ ກົດແຫ່ງການປະພຶດ COC.

        ທ່ານ ຫງວຽນກວັກຢຸງ ກໍປາດຖະໜາວ່າ ອິນເດຍ ຈະເພີ່ມທະວີການໜູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດ ແລະ ຮ່ວມມືກັນດ້ານເຕັກນິກກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ຮ່ວມມືບົນທະເລແບບຍືນຍົງ; ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນກັບ ອາຊຽນ ເພື່ອປັບປຸງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ ແລະ ຂອບເຂດການຮ່ວມມືທະເລຢູ່ໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ