ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກະ​ຊວງ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 19

(VOVWORLD) -    ກອງປະຊຸມເຈົ້າໜ້າທີ່ອາວຸໂສກະຊວງແຮງງານ ອາຊຽນ ຄັ້ງທີ 19  (SLOM – 19) ໄດ້ດຳເນີນພາຍໃນ 2 ວັນ (ວັນທີ 22 – 23 ພະຈິກ), ຢູ່ ຟີລິບປິນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທຸກປະເທດສະມາຊິກ ອາຊຽນ.
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກະ​ຊວງ​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 19 - ảnh 1(ພາບປະກອບ: baotintuc.vn)

ກອງປະຊຸມໄດ້ສຳຫຼວດຄືນຄວາມຄືບໜ້າໃນການຜັນຂະຫຍາຍໂຄງການປະຕິບັດງານລັດຖະມົນຕີກະຊວງແຮງງານ ອາຊຽນ ໄລຍະ 2021 – 2025 ໃນບັນດາຂົງເຂດ: ຄວາມປອດໄພ, ຫຼັກອະນາໄມດ້ານແຮງງານ, ການກວດສອບແຮງງານ, ປົກປ້ອງແຮງງານອົບພະຍົບ ໃນນັ້ນ ມີຊາວປະມົງເຂົ້າເມືອງ, ຊ່ວຍເຫຼືອສັງຄົມ, ຊຸກຍູ້ວຽກເຮັດງານທຳສີຂຽວ, ປະສົມປະສານແຮງງານຍິງ - ຊາຍ ເຂົ້າໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ, ຊ່ວຍກຳລັງແຮງງານກຽມພ້ອມແກ່ອະນາຄົດ. ການປະຕິບັດຂໍ້ລິເລີ່ມໃນຖະແຫຼງການ ອາຊຽນ ສະບັບຕ່າງໆທີ່ໄດ້ຮັບຮອງເອົາໃນ 5 ປີຜ່ານມາກໍໄດ້ນໍາມາປຶກສາຫາລື.

        ກໍໃນກອງປະຊຸມນີ້, ຜູ້ຕາງໜ້າ ລາວ ກໍໄດ້ແບ່ງປັນກ່ຽວກັບບັນດາບຸລິມະສິດຂອງປີປະທານ ອາຊຽນ 2024 ໃນຂົງເຂດແຮງງານ. ອາຊຽນ ກໍພິຈາລະນາຄວາມສາມາດຮ່ວມມືກັບອົງການແຮງງານສາກົນ (ILO), ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ສະຖາບັນຄົ້ນຄວ້າ, ສຶກສາ ແລະ ບຳລຸງສ້າງວິຊາຊີບ ສ.ເກົາຫຼີ (KRIVET).

        ໃນຂອບເຂດກອງປະຊຸມ SLOM – 19 ກໍດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ກະຊວງແຮງງານ ອາຊຽນ + 3 (ອາຊຽນ ແລະ 3 ຄູ່ຮ່ວມມື: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 21.

ຕອບກັບ

ຂ່າວ/ບົດ​ອື່ນ