ກອງປະຊຸມເຈົ້າໜ້າທີ່ອາ​ວຸ​ໂສອາຊຽນ-ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບ DOC

(VOVWORLD) -ເຖິງວ່າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງອາຊຽນ ແລະ ຈີນ ກໍ່ຕາມ, ແຕ່ຍັງເກີດສະພາບມີບັນດາການກະທຳພຽງລຳພັງຝ່າຍດຽວ
ກອງປະຊຸມເຈົ້າໜ້າທີ່ອາ​ວຸ​ໂສອາຊຽນ-ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບ DOC - ảnh 1(ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວດຢຸງ)

ວັນທີ 07 ມິຖຸນາ, ຢູ່ນະຄອນ ຈູງກິ່ງ, ປະເທດຈີນ, ໃນຂອບເຂດກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 19 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM DOC).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວດຢຸງ ໃຫ້ຂໍ້ສັງເກດວ່າ, ເຖິງວ່າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງອາຊຽນ ແລະ ຈີນ ກໍ່ຕາມ, ແຕ່ຍັງເກີດສະພາບມີບັນດາການກະທຳພຽງລຳພັງຝ່າຍດຽວ, ລະເມີດບັນດາອິດຜົນປະໂຫຍດອັນຊອບທຳຂອງບັນດາປະເທດຢູ່ເຂດແຄມທະເລຕາເວັນອອກ, ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ຄວາມໄວ້ເນື້ອເຊື່ອໃຈຖືກຊຸດໂຊມ, ໄປຝືນກັບບັນດາຄວາມມານະພະຍາຍາມລວມຂອງອາຊຽນ-ຈີນ. ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຄຳໝັ້ນສັນຍາທີ່ມີຢູ່ແລ້ວ, ເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ຢ່າງເຂັ້ມງວດ, ມີເຈດຕະນາດີ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການເຈລະຈາ, ສ້າງເອກະສານກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, UNCLOS 1982 ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ.

        ບັນດາປະເທດສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນຂອງສະພາບການຢູ່ທະເລຕາເວັນອອກ ໃນໄລຍະຜ່ານມາ, ໃນນັ້ນມີບັນດາການກະທຳພຽງລຳພັງຝ່າຍດຽວ ໄປຝືນກັບກົດໝາຍສາກົນ, ເພີ່ມຄວາມເຄັ່ງຕຶງ, ບໍ່ສ້າງຜົນປະໂຫຍດໃຫ້ວິວັດທະນາການຮ່ວມມືປະຕິບັດ DOC ແລະ ເຈລະຈາ COC. ອາຊຽນ ແລະ ຈີນ ຢືນຢັນຄຳໝັ້ນສັນຍາສືບຕໍ່ປະຕິບັດ DOC ຢ່າງເຂັ້ມງວດ, ມີເຈດຕະນາດີ, ຄົບຖ້ວນ ແລະ ມີປະສິດທິຜົນ. ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຈີນ ໄດ້ເຫັນດີຊຸກຍູ້ວິວັດທະນາການເຈລະຈາ COC; ຢືນຢັນຄືນໃໝ່ຄວາມມຸ່ງມາດປາດຖະໜາບັນລຸ COC ຢ່າງມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ