ກອ​ງ​ປະ​ຊຸມ​ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ​ປີ 2023

(VOVWORLD) -ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນຄັ້ງນີ້ ຍິ່ງຢັ້ງຢືນໄດ້ຄວາມຕັດສິນໃຈຂອງແຂວງ ດັກລັກ ໃນການນຳກາເຟ ບວນມາທວດ ກາຍເປັນດິນແດນແຫ່ງກາເຟໂລກ. 
ກອ​ງ​ປະ​ຊຸມ​ເຊື່ອມ​ຕໍ່​ການ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ​ປີ 2023 - ảnh 1ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນ (ພາບ: congthuong.vn)

ໃນຂອບເຂດງານບຸນກາເຟ ບວນມາທວດ ຄັ້ງທີ 8, ຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນ ບວນມາທວດ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນປີ 2023. ມີຜູ້ແທນກວ່າ 400 ທ່ານ ມາຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງ, ຕາງໜ້າການນຳແຂວງ, ນະຄອນຕ່າງໆ; ເອກອັກຄະລັດຖະທູດ, ສະຖານກົງສູນບັນດາປະເທດປະຈຳ ຫວຽດນາມ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດຜະລິດ, ປຸງແຕ່ງກາເຟ ໄດ້ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຕວັນຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ດັກລັກ, ໄດ້ເນັ້ນໜັກວ່າ ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນຄັ້ງນີ້ ຍິ່ງຢັ້ງຢືນໄດ້ຄວາມຕັດສິນໃຈຂອງແຂວງ ດັກລັກ ໃນການນຳກາເຟ ບວນມາທວດ ກາຍເປັນດິນແດນແຫ່ງກາເຟໂລກ. ທ່ານກ່າວວ່າ:

        “ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນປີ 2023 ແມ່ນຂົວຕໍ່ຢ່າງແທດຈິງສຳລັບວິສາຫະກິດທີ່ດຳເນີນທຸລະກິດ, ສົ່ງອອກຜະລິດຕະພັນ ກາເຟ ໄດ້ມີໂອກາດພົບປະ, ແລກປ່ຽນກັບຄູ່ຮ່ວມມື, ບໍລິສັດນຳເຂົ້າ, ລະບົບສະໜອງກາເຟໃຫຍ່ໃນທົ່ວໂລກ, ຈາກນັ້ນ ຊຸກຍູ້ການແລກປ່ຽນການຄ້າ, ເປີດກວ້າງການຮ່ວມມືໃນການຈຳໜ່າຍກາເຟຂອງແຂວງ ດັກລັກ ເວົ້າສະເພາະ, ຫວຽດນາມ ເວົ້າລວມ; ຍູ້ແຮງການຈຳໜ່າຍ ປະກອບສ່ວນປະຕິບັດເປົ້າໝາຍ ນຳນະຄອນ ບວນມາທວດ ກາຍເປັນດິນແດນແຫ່ງກາເຟຂອງໂລກ ໃຫ້ປະກົດຜົນເປັນຈິງ”.

        ມີບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງວິສາຫະກິດພາຍໃນ ແລະ ຕ່າງປະເທດ ໃນຂົງເຂດ ກາເຟ 10 ສະບັບ ໄດ້ລົງນາມໃນກອງປະຊຸມດັ່ງກ່າວ. ທ່ານ ຢວານຫືວເຕວ້, ຜູ້້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ສາກົນ ໝີຫວຽດ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າໄດ້ພົບປະກັບຄູ່ຮ່ວມມືຕ່າງປະເທດຫຼາຍຄົນ ແລະ ເຂົາເຈົ້າມີຄວາມສົນໃຈຕໍ່ຜະລິດຕະພັນຂອງ ໝີຫວຽດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມນີ້ ຈະມີລູກຄ້າໃໝ່ຫຼາຍກວ່າອີກ, ພ້ອມກັນຮ່ວມມືຍາວນານ, ຈາກນັ້ນ ແຜ່ຂະຫຍາຍເຄື່ອງໝາຍການຄ້າກາເຟ ຫວຽດນາມ ໄປຍັງຕະຫຼາດທີ່ເຄັ່ງຄັດກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ