ກອງປະຊຸມເຊີແນວ2:2ຝ່າຍຢູ່ຊີຣີກ່າວຫາກັນເຮັດໃຫ້ການເຈລະຈາບໍ່ໄດ້ຮັບຜົນ

ກອງປະຊຸມເຊີແນວ2:2ຝ່າຍຢູ່ຊີຣີກ່າວຫາກັນເຮັດໃຫ້ການເຈລະຈາບໍ່ໄດ້ຮັບຜົນ - ảnh 1
ຮອງລັດຖະມົນຕີການຕາງປະເທດ ຊີຣີ Faisal Meqdad ໃນການປະຊຸມຂ່າວທີ່ເຊີແນວ ໃນວັນທີ 10/2
(ພາບ: AFP/TTXVN)


(vovworld) – ​​​ມື້​ທີ 3 ຂອງ​ຮອບ​ເຈລະຈາ​ທີ 2 ກ່ຽວ​ກັບ​ສັນຕິພາບ​ຢູ່ ຊີຣີ ​ໃນ​ຂອບ​ເຂດ​ກອງ​ປະຊຸມ ​ເຊີ​ນ​​ແນວ 2 ບໍ່​ໄດ້​ຮັບ​ຜົນ​ເມື່ອ​ຜູ້ຕາງໜ້າ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ​ກ່າວຫາ​ກັນ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ.

    ຜູ້ຕາງໜ້າ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Bashar al – Assad ​ໄດ້​ຍົກ​ອອກ​ເອກະສານ​ກ່າວຫາ​ບັນດາ​ມື​ປືນ ອິດສະ​ລາມ ຝ່າຍ​ຄ້ານ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ບ້ານ Maan ຢູ່​ພາກ​ກາງ Hama, ​ເຮັດ​ໃຫ້​ສາມັນຊົນ​ຫຼາຍ​ຄົນ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ຄະນະ​ເຈລະຈາ​ຂອງ​ຝ່າຍ​ຄ້ານ​ໄດ້​ຍົກ​ອອກ​ບົດ​ລາຍ​ງານ​ກ່ຽວ​ກັບ “ການ​ໃຊ້​ຄວາມ​ຮຸ​ນ​ແຮງ, ​ໂທດ​ກຳ​ຕ້ານ​ມະນຸດ ​ແລະ ກໍ່​ການ​ຮ້າຍ​ລັດ” ຂ​ອງອຳ​ນາດ​ການ​ປົກຄອງ ຊີຣີ.

    ນອກຈາກ​ນັ້ນ, 2 ຝ່າ​ຍກໍ່​ບໍ່​ປະ​ນິປະນອມກັນ​ກ່ຽວ​ກັບ​​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ. ຝ່າຍ​ຄ້ານ​ຖື​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ ບໍ່​ມີ​ທ່ານ​ປະທານາທິບໍດີ Bashar al – Assad ​ແມ່ນວິທີ​ໜຶ່ງ​ດຽວ​ເພື່ອ​ຢຸດຕິ​ສະພາບ​ການ​ນອງ​ເລືອດ​ໃນ​ຂະນະ​ທີ່​ຝ່າ​ຍລັດຖະບານ​ເດັດ​ດຽວ​ຖື​ວ່າ: ອະນາຄົດ​ຂອງ​ປະທານາທິບໍດີ ບໍ່​ແມ່ນ​ເລື່ອງ​ເພື່ອ​ນຳ​ມາເຈລະຈາ.

ຂ່າວ/ບົດ​ອື່ນ