ກອງປະຊຸມເຊີແນວ2:ການເຈລະຈາປະລາໄຊ,ບໍ່ກຳນົດຈຸດເວລາຈັດຕັ້ງການເຈລະຈາຄັ້ງທີ3ໄດ້

ກອງປະຊຸມເຊີແນວ2:ການເຈລະຈາປະລາໄຊ,ບໍ່ກຳນົດຈຸດເວລາຈັດຕັ້ງການເຈລະຈາຄັ້ງທີ3ໄດ້ - ảnh 1
ທ່ານ Lakhdar Brahimi
(ພາບ: Reuters)


(vovworld) – ວັນ​ທີ 15/2, ທູ​ດ​ພິ​ເສດ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ (AL) ກ່ຽວ​ກັບ ຊີຣີ ທ່ານ Lakhdar Brahimi ​ໃຫ້ຮູ້​ວ່າ: ຮອບ​ເຈລະຈາ​ຄັ້ງ​ທີ 2 ລະຫວ່າງລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ​ໃນ​ຂອບ​ເຂດ​ກອງ​ປະຊຸມ ​ເຊີ​ແນວ 2 ຖືກ​ຈັດ​ຂຶ້ນ​ຢູ່ ​ສະ​ວິດ​ໄດ້​ສິ້ນ​ສຸດ​ລົງ​ແຕ່​ບໍ່​ມີ​ຄວາມ​ຄືບ​ໜ້າ​​ໃດໆ, ກໍ່​ຄື​ບໍ່​ກຳນົດ​ຈຸດ​ເວລາ​ຈັດ​ຕັ້ງ​ການ​ເຈລະຈາ​ຄັ້ງ​ທີ 3. ກ່າວ​ຄຳ​ເຫັນ​ກັບ​ບັນດາ​ນັກ​ຂ່າວ​ຢູ່ ​ເຊີ​ແນວ, ທ່ານ Brahimi ​ເວົ້າ​ວ່າ: “ຂ້າພະ​ເຈົ້າ​ຄິດ​ວ່າ: ສິ່ງ​ດີ​ກ່ວາ​ໝູ່​ນັ້ນ​ແມ່ນ​ເມື່ອ 2 ຝ່າຍ​ກັບ​ຄືນ​ສູ່​ການ​ເຈລະຈາ ​ແລະ ສະ​ແດງ​ນ້ຳ​ໃຈ​ຮັບຜິດ​ຊອບ​ເພື່ອ​ຮູ້​ວ່າ​ເຂົາ​ເຈົ້າຢາກ​ວິວັດ​ການ​ເຈລະຈາ​ນີ້​ສືບ​ຕໍ່​ຫຼື​ບໍ່​”. ທ່ານ Lakhdar Brahimi  ກໍ່​ຂໍ​ໂທດ​ປະຊາຊົນ ຊີຣີ ​ຍ້ອນ​ບໍ່​ບັນລຸ​ຄວາມ​ຄືບ​ໜ້າ​ທີ່​ການ​ເຈລະຈາ​ຄັ້ງ​ນີ້.

    ບັນດາ​ນັກ​ໄຈ້​ແຍກ​ຖື​ວ່າ: ຮອບ​ເຈລະຈາ​ຄັ້ງ​ທີ 2 ລະຫວ່າງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຊີຣີ ຖືກ​ປະລາໄຊ ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ເລື່ອງ​ລັດຖະບານ ຊີຣີ ຢາກ​ໃຫ້​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ່​ຂອງ​ໂຄງການ​ດຳ​ເນີນ​ງານ, ​ແລະ ບັນຫາ​ອະນາຄົດ​ຂອງ​ປະທານາທິບໍດີ Bashar al – Assad ບໍ່​ໄດ້​ປຶກສາ​ຫາລື​ທີ່​ການ​ເຈລະຈາ​ຄັ້ງ​ນີ້. ​ໃນ​ຂະ​ນະ​ນັ້ນ, ຝ່າຍ​ຄ້ານ​ຖື​ວ່າ: ມາດ​ຕະການ​ໜຶ່ງ​ດຽວ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ​ແມ່ນ​ສ້າງ​ຕັ້ງ​ລັດຖະບານ​​ໃໝ່ ​ແຕ່​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Bashar al – Assad.

 

 


ຂ່າວ/ບົດ​ອື່ນ