ກອງປະຊຸມເຊີແນວ2:ການເຈລະຈາສັນຕິພາບອາດຈະຖືກປະລາໄຊ

ກອງປະຊຸມເຊີແນວ2:ການເຈລະຈາສັນຕິພາບອາດຈະຖືກປະລາໄຊ - ảnh 1
ກອງປະຊຸມເຊີແນວ2
photo: Press Tv


(vovworld)-ການ​ເຈລະຈາ​ຮອບ​ທີ 2 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສັນຕິພາບ​ສາກົນ​ກ່ຽວ​ກັບ ຊີ​ຣີ(​ເຊີ​ແນວ 2) ພວມ​ດ​ຳ​ເນີນ​ໄປ​ຢູ່ ນະຄອນ ​ເຊີ​ແນວ ປະ​ເທດ​ສະ​ວິດ ອາດ​ຖືກ​ປະ​ລາ​ໄຊ ​ເມື່ອ​ວັນ​ທີ 14/2, ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່ ຊີຣີ ພຽງ​ເຫັນ​ດີ​ກ່ຽວ​ກັບ​ບັນຫາ​ຫນຶ່ງ​ທີ່​ວ່າ: “ການ​ເຈລະຈາ​ມາ​ຮອດ​ປະຈຸ​ບັນ​ບໍ່​ບັນລຸ​ຄວາມ​ຄືບ​ຫນ້າ​ໃດ”. ພາຍຫລັງ ພົບ​ປະ​ກັບ​ທ່ານ Lakhdar Brahimi, ທູ​ດພິ​ເສດ ສປຊ ​ແລະ ສະຫະພັນ ອາຣັບ, ທ່ານ Faisal Muqdad ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຊີຣີ ສະ​ແດງ​ຄວາມ​ເສຍດາຍ ​ເພາະວ່າ ການ​ເຈລະຈາ​ບໍ່​ບັນລຸ​ຄວາມ​ຄືບ​ຫນ້າ. ຄະນະ​ລັດຖະບານ ຊີຣີ ມາ​ຮອດ​ປະຈຸ​ບັນ ຍັງ​ຄົງ​ຢືນຢັນ​ວ່າ ບໍ່​ປຶກສາ​ຫາລື​ໃນ​ບໍ່​ວ່າ​ເນື້ອ​ໃນ​ໃດ​ນອກ​ເຫນືອ​ບັນຫາ“ການ​ກະທຳ​ກໍ່​ການຮ້າຍ” . ​ໃນ​ຂະນະ​ນັ້ນ ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຊີ​ຣີ ບໍ່​ເຫັນ​ດີ​ກ່ຽວ​ກັບ​ໂຄງການ​ດຳ​ເນີນງານ​ການ​ເຈລະຈາ​ສັນຕິພາບ​ຢູ່ ​ເຊີ​ແນວ ​ແລະ ຈຳນວນ​ຜູ້​ຖືກ​ບາດ​ເຈັບ, ​ເສຍ​ຊີວິດ​ຍ້ອນ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ສືບ​ຕໍ່​ເພີ່ມ​ຂຶ້ນ.

 

ຂ່າວ/ບົດ​ອື່ນ