ກອງປະຊຸມເທື່ອທີ 2 ສະພາແຫ່ງຊາດຊຸດທີ 14ຮັບຮອງເອົາມະຕິກ່ຽວກັບຮ່າງງົບປະມານແຫ່ງລັດປີ 2017

ກອງປະຊຸມເທື່ອທີ 2 ສະພາແຫ່ງຊາດຊຸດທີ 14ຮັບຮອງເອົາມະຕິກ່ຽວກັບຮ່າງງົບປະມານແຫ່ງລັດປີ 2017 - ảnh 1
ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ຮ່າງ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017


(vovworld)- ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ, ຕອນ​ບ່າຍ​ວັນ​ທີ 11/11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ໂຮມ​ປະ​ຊຸມ​ວາ​ລະ​ຄົບ​ຄະ​ນະ​ຢູ່​ຫໍ​ປະ​ຊຸມ ເພື່ອ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ຮ່າງ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2017. ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ ຮ່າງ​ງົບ​ປະ​ມານ​ແຫ່ງ​ລັດປີ​ໜ້າ​ດ້ວຍ​ລະ​ດັບ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ເກີນ​ດຸ່ນ​ແມ່ນ 178.300 ຕື້ USD , ເທົ່າ​ກັບ 3,5% GDP. ຍອດ​ລະ​ດັບ​ການ​ກູ້​ຢືມ​ຂອງຮ່າງ​ງົບ​ປະ​ມານ​ແຫ່ງ​ລັດແມ່ນ 340.157 ຕື້ USD. ສະ​ພາ​ແຫ່ງ​ຊາດ​ໄດ້​ມອບ​ໝາຍ​ໃຫ້​ລັດ​ຖະ​ບານ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປີ​ງົບ​ປະ​ມານ​ຢ່າງ​ຮັດ​ກຸ່ມ; ສົມ​ທົບ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ສືບ​ຕໍ່​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

    ແລະ ກໍ​ໃນ​ຕ່ອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວກັບ​​ການປັບ​ປຸງ ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ມະ​ຕິ​ເລກ​ທີ 55 ວ່າ​ດ້ວຍ​ການ​ຍົກ​ເວັ້ນ ແລະ ຫຼຸດ​ຜ່ອນ​ພາ​ສີ​ການ​ນຳ​ໃຊ້​ດິນ​ກະ​ສີ​ກຳ.
ຂ່າວ/ບົດ​ອື່ນ