ກອງປະຊຸມເທື່ອທີ 24 : ສຸມໃສ່ແກ້ໄຂ ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງຈາກຮາກ​ຖານ

(VOVWORLD) -ລັດຖະບານ ຄວນເພີ່ມທະວີວຽກງານກວດກາ, ຕີລາຄາບັນດາກະຊວງ, ຂະແໜງການ ໃນການປະຕິບັດໜ້າທີ່ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ

ກອງປະຊຸມເທື່ອທີ 24 : ສຸມໃສ່ແກ້ໄຂ ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງຈາກຮາກ​ຖານ - ảnh 1

ທ່ານນາງ ຕອງທິຟ໋ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ໂດຍສືບຕໍ່ລາຍການກອງປະຊຸມເທື່ອທີ 24  ຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ XIV, ວັນທີ 15 ພຶດສະພາ, ບັນດາສະມາຊິກ ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ບົດລາຍງານຕິດຕາມກວດກາກ່ຽວກັບການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4; ພ້ອມທັງປະກອບຄຳເຫັນໃສ່ຮ່າງບົດລາຍງານສັງລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ.

        ທ່ານຫົວໜ້າຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳ ຄະນະປະຈຳສະພາແຫ່ງຊາດ ຫງວຽນແທງຫາຍ ໃຫ້ຮູ້ວ່າ ຜ່ານເກືອບ 1.400 ການພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນ ແລະ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດ, 63 ຄະນະສະມາຊິກ ສະພາແຫ່ງຊາດບັນດາແຂວງ, ນະຄອນໄດ້ຮັບການລວບລວມບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ບັດນາຂໍ້ສະເໜີແນະດັ່ງກ່າວ ໂດຍຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳ ສົ່ງໄປຍັງອົງການຈັດຕັ້ງທີ່ມີສິດອຳນາດພິຈາລະນາ ແລະ ແກ້ໄຂ.

        ຜ່ານການປຶກສາຫາລື, ມີຄຳເຫັນຫຼາຍຂໍ້ ສະເໜີໃຫ້ລັດຖະບານ ຄວນເພີ່ມທະວີວຽກງານກວດກາ, ຕີລາຄາບັນດາກະຊວງ, ຂະແໜງການ ໃນການປະຕິບັດໜ້າທີ່ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ມີຮູບການຕີລາຄາ, ແກ້ໄຂ ເມື່ອສ່ວນບຸກຄົນ, ຫົວໜ່ວຍທີ່ບໍ່ມີຄວາມຮັບຜິດຊອບໃນການແກ້ໄຂ ແລະ ຕອບບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

        ແລະກໍໃນກອງປະຊຸມດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນໃສ່ຮ່າງບົດລາຍງານລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດ XIV.

ຕອບກັບ

ຂ່າວ/ບົດ​ອື່ນ