ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຄາດວ່າຈະໄຂຂຶ້ນໃນວັນທີ 21 ຕຸລາ

(VOVWORLD) -ຕອນເຊົ້າວັນທີ 16 ກໍລະກົດ, ສຶບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 35, ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫລຸບກອງປະຊຸມເທື່ອທີ 7 ຂອງສະພາແຫ່ງຊາດ , ທ່ານ ຫງວຽນແຫ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດໄດ້ເນັ້ນຫນັກວ່າ: 
ກອງປະຊຸມເທື່ອທີ 8  ຂອງສະພາແຫ່ງຊາດຄາດວ່າຈະໄຂຂຶ້ນໃນວັນທີ 21 ຕຸລາ - ảnh 1ກອງປະຊຸມເທື່ອທີ 7 (ພາບ: TTXVN) 

ໝາກຜົນກອງປະຊຸມສືບຕໍ່ຢັ້ງຢືນຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ພ້ອມທັງສະແດງໃຫ້ເຫັນການຊີ້ນຳນຳພາຢ່າງໃກ້ຊິດ, ທັນການ, ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມເອົາໃຈໃສ່ ສະຫນັບສະຫນູນຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.

ກ່ຽວຂ້ອງເຖິງການກະກຽມໃຫ້ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 14, ທ່ານ ເລຂານຸການໃຫຍ່ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄາດວ່າ ກອງປະຊຸມເທື່ອທີ 8  ຂອງສະພາແຫ່ງຊາດ ຈະໄຂຂຶ້ນໃນວັນທີ 21 ຕຸລາ ປີ 2019 ແລະ ອັດລົງໃນວັນທີ 20 ພະຈິກ ປີ 2019. ສະພາແຫ່ງຊາດ ຈະພິຈາລະນາ ຮັບຮອງເອົາ  ຮ່າງກົດໝາຍ10 ສະບັບ ແລະ ໃຫ້ຄຳເຫັນໃສ່ ຮ່າງກົດໝາຍອື່ນ 8 ສະບັບ. ທ່ານ ເລຂານຸການໃຫຍ່ ສະພາແຫ່ງຊາດ ສະເຫນີໃຫ້ ລັດຖະບານ, ສະພາແຫ່ງຊາດ, ບັນດາອົງການກ່ຽວຂ້ອງ ຢັ້ງຢືນ ເລື່ອງຍື່ນສະເຫນີສະພາແຫ່ງຊາດພິຈາລະນາ ບັນດາເນື້ອໃນ ລວມມີ: ໃຫ້ສັດຕະຍາບັນບັນດາສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາອາລັກຂາການລົງທຶນຫວຽດນາມ ແລະ ອີຢູ, ປັບປຸງ, ເພີ່ມເຕີມບັນດາກົດໝາຍເພື່ອປະຕິບັດສັນຍາສອງສະບັບດັ່ງກ່າວໂດຍໄວ ແລະ ຮັບຮອງເອົາມະຕິອື່ນຫລາຍສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ