ກອງປະຊຸມເຜີຍແຜ່, ມອບໂອນໝາກຜົນໂຄງການ HEMA

ກອງປະຊຸມເຜີຍແຜ່, ມອບໂອນໝາກຜົນໂຄງການ HEMA - ảnh 1
ທ່ານ​ນາງ​ Nguyen Thi Xuyen ກ່າວຄຳເຫັນທີ່ກອງປະຊຸມ
( ພາບ: t5g.org.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 26/6, ຢູ່​ຮ່າ​ໂນ້ຍ, ກະຊວງ​ສາທາລະນະ​ສຸກຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະພາບ​ເອີ​ລົບ ຈັດ​ຕັ້ງ​ກອງ​ປະຊຸມເຜີຍ​ແຜ່, ​ແບ​່ງປັນ ​ແລະ ມອບຮັບ​ບັນດາ​ໝາກຜົນ​ຂອງ​ໂຄງການ​ໜູນ​ຊ່ວຍ, ​ເບິ່ງ​ແຍງ​ສຸຂະ​ພາບ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຢູ່​ບັນດາ​ແຂວງ​ທາງ​ພາກ​ເໜືອ ​ແລະ ​ເຂດ​​ໄຕ​ຫງວຽນ ( HEMA ). ພາຍຫຼັງ 6 ປີ​ແຫ່ງ​ການ​ປະຕິບັດ, ​ໂຄງການ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ບັນດາ​ການ​ບໍລິການ​ສາທາລະນະ​ສຸກ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​ແກ່​ຄົນ​ທຸກ​ຍາກ; ຊ່ວຍ​ເຫຼືອ​ວຽກງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບໃນ​ເບື້ອງ​ຕົ້ນ​ຜ່ານ​ການ​ລົງທຶນ​ໃຫ້​ແກ່​ຫົວໜ່ວຍ​ສາທາລະນະ​ສຸກ​ຂັ້ນ​ຮາກຖານ ​ແລະ ອື່ນໆ. ​ສະ​ເພາະ​ປີ 2011 ໂຄງການ​ໄດ້​ຝຶກ​ອົບຮົມ​ໃຫ້​ແກ່​ພະນັກງານ​ແພດ​ຂັ້ນບ້ານ, ຕາ​ແສງ 3 ພັນ​ຄົນ. ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Xuyen, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ຊ່ວຍ​ເຫຼືອ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃຫ້​ຄົນ​ທຸກ​ຍາກ​ຢູ່​ບັນ​ດາ​ແຂວງ​ພູດ​ອຍທາງ​ພາກ​ກາງ ​ແລະ ​ໄຕ​ຫງວຽນ, ​ໃຫ້​ຮູ້​ວ່າ.

“ ດ້ວຍ​ບົດຮຽນ​ຂອງ​ໂຄງການ ຈະ​ຜັນ​ຂະຫຍາຍ​ໃນ​ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ເພື່ອ​ຮັກ​ສາ​ໝາກຜົນ. ຕົວຢ່າງ​ຄື ຈາກ​ການ​ຜັນ​ຂະຫຍາຍ​ທົດ​ລອງຮູບ​ແບບ​ຄຸ້ມ​ຄອງ​ຄົນ​​ເຈັບ​ຕິດ​ໂລກຫືດ ​ແລະ ຄວາມດັນ​ເລືອດຂຶ້ນ​ສູງ ​ໂດຍ​ອີ່​ງ​ໃສ່​ວົງ​ຄະນະ​ຍາດ​ຂອງ​ໂຄງການ, ພວກ​ເຮົາ​ໄດ້​ນຳ​ເຂົ້າ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ທີ່​ໄດ້​ຜັນ​ຂະຫຍາຍ​ໃນ​ທົ່ວ​ປະ​ເທດ. ກ່ຽວ​ກັບ​ຂົງ​ເຂດ​ປະກັນ​ສຸຂະພາບ ໄດ້​ເຮ​ັດທົດ​ລອງ​ຢູ່ 3 ສຸກສາລາ​ຕາ​ແສງ​ໂດຍ​ຊຳນະ​ຕາມ​ຕຽງ​ນອນ​ຄົນ​ເຈັບ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຈະ​ຜັນ​ຂະຫຍາຍ​ບັນດາ​ສຸກສາລາ​ອື່ນ​ໆ”.

ຂ່າວ/ບົດ​ອື່ນ