ກອງປະຊຸມເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ,ຂະແໜງການຍົກສູງປະສິດທິຜົນບັ້ນຂົນຂວາຍຕ່າງໆ

ກອງປະຊຸມເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ,ຂະແໜງການຍົກສູງປະສິດທິຜົນບັ້ນຂົນຂວາຍຕ່າງໆ - ảnh 1
ກອງປະຊຸມໃນຕອນເຊົ້າວັນທີ 26/3

(vovworld) – ​ໄລຍະ​ຜ່າ​ນມາ, ​ແນວ​ໂຮມ​ປະ​ເທດຊາດ ​ແລະ ບັນດາ​ອົງການ​ສະມາຊິກ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ແຫ່ງ​ລັດ​ຈັດ​ຕັ້ງ​ບັນດາ​ບັ້ນ​ຂົນຂວາຍ, ​ຂະ​ບວນການ​​ແຂ່ງຂັນ​ຮັກ​ຊາດ, ປະກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ​ຄື: ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”, ບັ້ນ​ຂົນ​ຂວາ​ຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ”, ​ເລ້​ຍລາຍ​ເງິນ​ສະໜັບສະໜູນ​ພໍ່​ແມ່​ປະຊາຊົນ​ເຂດ​ຖືກ​ໄພພິບັດ​, ທຳມະຊາດ, ອັກຄີໄພ ​ແລະ ​ເຫ​ດຮ້າຍຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ. ທີ່​ກອງ​ປະຊຸ​ມບັນດາຜູ້ແທນໄດ້​​ແລກປ່ຽນ​ບົດຮຽນ ​ແລະ ​ເພີ່ມ​ທະວີ​ການ​ສົ​ມທົບ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ບັ້ນ​ຂົນຂວາຍ ​ແລະ ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເປັນ​ປະທານ, ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/03 ຢູ່​ຮ່າ​ໂນ​້ຍ, ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ: ​ເພື່ອ​ເສີມ​ຂະຫຍາ​ຍໝາກຜົນ​ຂອງ​ການ​ຂົນຂວາຍ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ  ​ແລະ ບັນດາ​ອົງການ​ສະມາຊິກ​ເຫັນ​ດີ​ເປັນ​ເອກະສັນ​ເນື້ອ​ໃນ​ຈຸດ​ສຸມ​ເພື່ອ​ເສີມ​ຂະຫຍາຍ​ປະຕິບັດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ປະຕິບັດ​ບັນດາ​ຂະ​ບວນການ, ບັນດາ​ບັ້ນ​ຂົນຂວາຍ​ໃນ​ເຂດ​ຊຸມ​ຊົມ, ມຸ່ງ​ໄປ​ເຖິງການ​ປະຕິບັດ​ບັນ​ດາ​ບັ້ນ​ຂົນຂວາຍ​ມີ​ລັກສະນະ​ທົ່ວປວງ​ຊົນ, ທົ່ວ​ປະ​ເທດ, ບັນດາ​ຂະ​ບວນການ​ມີ​ລັກສະນະ​ພິເສດສະ​ເພາະ​ຂອງ​ແຕ່​ລະ​ເປົ້າ​ໝາຍ​ລະອຽດ.

ຂ່າວ/ບົດ​ອື່ນ