ກອງປະຊຸມເພີ່ມທະວີການຮັບປະກັນຄວາມປອດໄພໃນການຫາປາໄກຝັ່ງ

ກອງປະຊຸມເພີ່ມທະວີການຮັບປະກັນຄວາມປອດໄພໃນການຫາປາໄກຝັ່ງ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 8/8, ຢູ່​ນະຄອນ ຍາ​ຈາງ ​ແຂວງ ​ແຄ໋ງຮ່ວາ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້ຈັດ​ຕັ້ງກອງ​ປະຊຸມ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​​ເລກທີ 22 ຂອງ​ນາຍົກ​ລັດຖະມົນຕີ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ຫາ​ສິນ​ທະ​​ເລ​, ພິ​ເສດ​ແມ່ນ​ຫາ​ປາ​ໄກ​ຝັ່ງ ​ແລະ ວຽກ​ງາ​ນຈັດ​ຕັ້ງ​ໜ່ວຍ​ຜະລິດ​ບົນ​ທະ​ເລ. ມາ​ຮອດ​ປະຈຸ​ບັນ, ກຳ​ປັ່ນ​ຫາ​ປາ​ຫວຽດນາມ ​ເກືອບ 100% ​ໄດ້​ຈົດ​ທະບຽນ, ກວດກາ, ສ່ວນ​ຫຼາຍກຳ​ປັ່ນ​ຫາ​ປາ​ໄກ​ຝັ່ງລ້ວນ​ແຕ່​ມີ​ອຸປະກອນ​ຕິດ​ຕໍ່ພົວພັນ, ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​​ໄດ້​ຄຸ້ມ​ຄອງ ​ແລະ ກຳ​ໄດ​້ການ​ເຄື່ອນ​ໄຫວ​ຂອງ​ກຳ່​ປັ່ນ​ຫາ​ປາ​ບົນ​ທະ​ເລ​ເທື່ອ​ລະ​ກ້າວ. ທ່ານ Vu Van Tam, ຫົວໜ້າ​ກົມ​ໃຫຍ່​ສິນ​ໃນ​ນ້ຳ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ​ໃຫ້​ຮູ້​ວ່າ:

“​ໃນ​ສະພາບ​ການ​ປະຈຸ​ບັນ, ​ເລື່ອງ​ຈັດ​ຕັ້ງ​ໃຫ້​ຊາວ​ປະມົງ​ຫາ​ປາ​ໄກ​ຝັ່ງ ຜ່ານ​ບັນດາ​ໜ່ວຍ​ສາມັກຄີ​ຜະລິດ​ບົນ​ທະ​ເລ​​ແມ່ນ​ວຽກ​ງານ​ມີ​ຄວາມ​ໝາຍ​ທີ່​ສຸດ. ມີ​ຫຼາຍ​ວິທີ​ເຮັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ຮູບ​ແບບ​ໃໝ່​.​​.. ມື້​ນີ້, ກະຊວງ​ກະສິກຳ ​ແລະ ພັດ​ທະນາຊົນນະບົດ ​ໄດ້​ຈັດ​ຕັ້ງ​ກ​ອງປະຊຸມ​ນີ້, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້​ຕິດ​ຂັດ ພິ​ເສດ​​ແມ່ນ​ກົນ​ໄກ​ນະ​ໂຍບາຍ​ຄວນ​ໄດ້​ຮັບ​ການ​ປັບປຸງ ຫຼື ປະກາດ​ໃຊ້​ໃໝ່​ຄື ນະ​ໂຍບາຍ​ໃຫ້​ໜ່ວຍ, ກອງ, ກໍ​ຄື​ວຽກ​ງານ​ຈົດ​ທະບຽນ, ​ກວດກາຂອງ​ພວກ​ເຮົາ”


ຂ່າວ/ບົດ​ອື່ນ