ກອງປະຊຸມແບບຢ່າງທີ່ກ້າວໜ້າໃນຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ກະຊວງຕຳຫລວດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານກໍ່ສ້າງ, ທະວີຄຸນຮູບແບບ, ແບບຢ່າງທີ່ກາວໜ້າໃນຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບແຫ່ງຊາດໄລຍະ 2006 – 2018.
ກອງປະຊຸມແບບຢ່າງທີ່ກ້າວໜ້າໃນຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຍ້ອງຍໍ, ຊົມເຊີຍບັນດາໝາກຜົນ, ຜົນງານດີເລີດໃນຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ. ບົນຈິດໃຈນັ້ນ, ທ່ານປະທານປະເທດສະເໜີ ຄວນສືບຕໍ່ປ່ຽນແປງໃໝ່ເນືື້ອໃນ, ຮູບການ, ມາດຕະການກໍ່ສ້າງຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ; ຮ່ວມສຳພັນ, ເຊື່ອມໂຍງ ແລະ ພ້ອມກັນພັດທະນາດ້ວຍບັນດາຂະບວນການແຂ່ງຂັນຮັກຊາດ.

        “ສຸມໃສ່ກໍ່ສ້າງກົງຈັກກຳລັງຕຳຫລວດປະຊາຊົນໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີຜົນສັກສິດ, ມີປະສິດທິຜົນ, ຖືປະຊາຊົນເປັນສຳຄັນ, ໃກ້ກັບປະຊາຊົນ, ສະໜິດຕິດພັນຢ່າງແໜ້ນແຟ້ນກັບປະຊາຊົນ, ປະຕິບັດບົດບາດເປັນແກ່ນສານໃນຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດເປັນຢ່າງດີ; ສ້າງຮູບພາບທີ່ດີງາມຂອງພະນັກງານ, ນັກຮົບຕຳຫລວດໃນຈິດໃຈຂອງປະຊາຊົນ. ເອົາໃຈໃສ່ກໍ່ສ້າງ, ບຳລຸງສ້າງ ຍົກສູງລະດັບວິຊາຊີບ, ມີລັກສະນະອາຊີບໃຫ້ແກ່ຖັນແຖວພະນັກງານສະເພາະກິດທີ່ກໍ່ສ້າງຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດໃຫ້ໝັ້ນຄົງເຂັ້ມແຂງ, ຮັບປະກັນການປະຕິບັດພາລະໜ້າທີ່ການຄຸ້ມຄອງລັດ, ພາລະໜ້າທີ່ເສນາທິການເປັນຢ່າງດີ ແລະ ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ແຜນການ, ມາດຕະການກໍ່ສ້າງຂະບວນການ. ເອົາໃຈໃສ່ເປັນພິເສດກໍ່ສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານ, ກຳລັງແກ່ນສານໃນຂະບວນການ.

ຕອບກັບ

ຂ່າວ/ບົດ​ອື່ນ