ກອງປະຊຸມແລກປ່ຽນການຄ້າເຊື່ອມຕໍ່ການສະໜອງແລະຄວາມຕ້ອງການລະຫວ່າງວິສາຫະກິດຫວຽດນາມ-ລາວ

(VOVWORLD) -ຕອນບ່າຍວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໃນຂອບເຂດເຂົ້າຮ່ວມງານຕະຫຼາດນັດການຄ້າລາວ - ຫວຽດນາມ 2018

ກອງປະຊຸມແລກປ່ຽນການຄ້າເຊື່ອມຕໍ່ການສະໜອງແລະຄວາມຕ້ອງການລະຫວ່າງວິສາຫະກິດຫວຽດນາມ-ລາວ - ảnh 1 ພິທີລົງນາມໃນຂໍ້ຕົກລົງຮ່ວມມື 6 ສະບັບ ລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ

(ພາບ: TTXVN)

ສະມາຄົມນັກທຸລະກິດຍິງຫວຽດນາມ ໄດ້ສົມທົບກັບສະມາຄົມນັກທຸລະກິດຍິງນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມແລກປ່ຽນການຄ້າເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການລະຫວ່າງວິສາຫະກິດຫວຽດນາມ ແລະ ວິສາຫະກິດນະຄອນຫຼວງວຽງຈັນ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ມາຍທິຖຸຍ, ປະທານສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຮ່າໂນ້ຍ ໃຫ້ຮູ້ວ່າ, ນີ້ແມ່ນຄັ້ງທີ 5 ທີ່ສະມາຄົມນັກທຸລະກິດຍິງຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການຄ້າຫວຽດນາມ - ລາວ ແລະ ຈັດຕັ້ງກອງປະຊຸມແລກປ່ຽນການຄ້າ, ເຊື່ອມຕໍ່ການດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ.

      ໃນການເຂົ້າຮ່ວມງານຕະຫຼາດນັດ 4 ຄັ້ງກ່ອນນັ້ນ, ມີວິສາຫະກິດເຂົ້າຮ່ວມວາງສະແດງຢູ່ລາວ ປະມານ 40% ຊອກໄດ້ຄູ່ຮ່ວມມື ຫຼື ຮັບໃບສັ່ງຊື້ສິນຄ້າຈາກຄູ່ຮ່ວມມືລາວ, ໃນນັ້ນຕົ້ນຕໍແມ່ນບັນດາປະເພດສິນຄ້າທີ່ມີຄຸນນະພາບສູງຂອງຫວຽດນາມ.

      ພາຍຫຼັງກອງປະຊຸມດັ່ງກ່າວ ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມື 6 ສະບັບ ລະຫວ່າງບັນດາວິສາຫະກິດຂອງ 2 ປະເທດ, ໃນນັ້ນສຸມໃສ່ຕົ້ນຕໍແມ່ນໃນບັນດາຂົງເຂດຄື: ຈຳໜ່າຍບັນດາສິນຄ້າບໍລິໂພກ, ຮ່ວມມືດຳເນີນການທ່ອງທ່ຽວ, ໂຮງແຮມ ແລະ ການບໍລິການ…

ຕອບກັບ

ຂ່າວ/ບົດ​ອື່ນ