ກອງ​ປະ​ຊຸມ​ແລກ​ປ່ຽນ​ຄ້າຂາຍ​ ຜະ​ລິດ​ຕະ​ພັນ​ໃຊ້​ສອຍ ທາງ​ອອນ​ລາຍ ຫວຽດ​ນາມ - ອິດ​ສະ​ຣາ​ແອັນ 2020

(VOVWORLD) -     ໂດຍປະຕິບັດໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ ປີ 2020, ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ຫວຽດນາມ ເພີ່ມທະວີການຊອກຫາກາລະໂອກາດສົ່ງອອກຜະລິດຕະພັນໃຊ້ສອຍ ໄປຍັງຕະຫຼາດ ອິດສະຣາແອັນ, ວັນທີ 23 ພະຈິກ ໄດ້ດຳເນີນກອງປະຊຸມແລກປ່ຽນຄ້າຂາຍຜະລິດຕະພັນໃຊ້ສອຍ ທາງອອນລາຍລະຫວ່າງ ຫວຽດນາມ - ອິດສະຣາແອັນ 2020. 

 ເຫດການດັ່ງກ່າວແມ່ນເພື່ອແນໃສ່ແນະນໍາ, ໂຄສະນາກຳລັງຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສິນຄ້າສົ່ງອອກຂອງ ຫວຽດນາມ ໃນບັນດາຂົງເຂດ: ຜະລິດຕະພັນກະເສດ, ສະບຽງອາຫານ, ເກີບ, ຕ່ຳແຜ່ນຕັດຫຍິບ, ເຄື່ອງໃຊ້ສອຍປະເພດຕ່າງໆ… ໄປຍັງຕະຫຼາດ ອິດສະຣາແອັນ, ພ້ອມທັງເຊື່ອມຕໍ່ວິສາຫະກິດຜະລິດ, ສົ່ງອອກຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢູ່ຕະຫຼາດ ອິດສະຣາແອັນ ຜ່ານທາງອອນລາຍ.

        ກອງປະຊຸມລວມມີ ວາລະຄົບຄະນະ ແລະ ບັນດາວາລະແລກປ່ຽນຄ້າຂາຍສະເພາະ, ເຊື່ອມຕໍ່ກັນທາງອອນລາຍ ລະຫວ່າງແຕ່ລະວິສາຫະກິດ ຫວຽດນາມ ກັບ ແຕ່ລະບໍລິສັດນຳເຂົ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ອິດສະຣາແອັນ ໂດຍຈັດແບ່ງຕາມສິນຄ້າແຕ່ລະໝວດ.


ຕອບກັບ

ຂ່າວ/ບົດ​ອື່ນ