ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ ຕີ​ລາ​ຄາ​ໝາກ​ຜ​ົນ “ປີ​ຂົນ​ຂວາຍ​ປະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອງ” 2019

(VOVWORLD) - ຕອນບ່າຍວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບ ຄະນະຮັບຜິດຊອບວຽກງານພັກອົງການກວດກາລັດຖະບານ, ຄະນະຮັບຜິດຊອບວຽກງານ ພັກ ກະຊວງພາຍໃນ ແລະ ຫ້ອງວ່າການລັດຖະບານຈັດຕັ້ງກອງປະຊຸມແລກປ່ຽນວຽກງານ, ຕີລາຄາໝາກຜົນ “ປີຂົນຂວາຍປະຊາຊົນ, ອຳນາດການປົກຄອງ” 2019.
ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງານ ຕີ​ລາ​ຄາ​ໝາກ​ຜ​ົນ “ປີ​ຂົນ​ຂວາຍ​ປະ​ຊາ​ຊົນ, ອຳ​ນາດ​ການ​ປົກ​ຄອງ” 2019 - ảnh 1ກອງປະຊຸມແລກປ່ຽນວຽກງານ ຕີລາຄາໝາກຜົນ “ປີຂົນຂວາຍປະຊາຊົນ, ອຳນາດການປົກຄອງ” 2019 (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງກະຊວງ, ຂະແໜງການຕ່າງໆໃນການປະຕິບັດວຽກງານຂົນຂວາຍປະຊາຊົນ, ອຳນາດການປົກຄອງປີ 2019. ພິເສດແມ່ນປະຕິບັດບັນຫາຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງຟ້ອງຮ້ອງທຸກຢ່າງເຂ້ັມງວດ, ເນັ້ນໜັກເຖິງຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າໃນວຽກງານຂົນຂວາຍປະຊາຊົນ, ອຳນາດການປົກຄອງ, ທ່ານນາງເຈືອງທິມາຍ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ຄວນສືບຕໍ່ຍົກສູງຄຸນນະພາບ ແລະ ຄວາມຮັບຜິດຊອບ ຕໍ່ປະຊາຊົນຂອງ ທົ່ວລະບົບການເມືອງ ໃນນັ້ນສຳຄັນແມ່ນ ອົງການບໍລິຫານລັດ.

ຕອບກັບ

ຂ່າວ/ບົດ​ອື່ນ