ກອງປະຊຸມແລກປ່ຽນວຽກງານ ສື່ມວນຊົນຕົ້ນປີໃໝ່ປີກຸນ 2019

(VOVWORLD) -ກໍາລັງສື່ມວນຊົນໃນປີຜ່ານມາ ໄດ້ເສີມຂະຫຍາຍບົດບາດຂອງຕົນໄດ້ເປັນຢ່າງດີ, ມີລະບຽບວິໄນ, ປະດິດຄິດສ້າງ ແລະ ມີໄຫວພິບກວ່່າ.
ກອງປະຊຸມແລກປ່ຽນວຽກງານ ສື່ມວນຊົນຕົ້ນປີໃໝ່ປີກຸນ 2019 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມແລກປ່ຽນວຽກງານ ສື່ມວນຊົນຕົ້ນປີໃໝ່ ປີກຸນ 2019. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຢັ້ງຢືນວ່າ: ກໍາລັງສື່ມວນຊົນໃນປີຜ່ານມາ ໄດ້ເສີມຂະຫຍາຍບົດບາດຂອງຕົນໄດ້ເປັນຢ່າງດີ, ມີລະບຽບວິໄນ, ປະດິດຄິດສ້າງ ແລະ ມີໄຫວພິບກວ່່າ. ລັກສະນະເປັນມືອາຊີບຂອງສື່ມວນຊົນນັບມື້ນັບໄດ້ເຫັນຢ່າງຈະແຈ້ງ ໂດຍຜ່ານການອັບເດດໄວ, ມີໄຫວພິບ ແລະ ຊັດເຈນກວ່າ, ພ້ອມກັນນັ້ນ ຮູບການນັບມື້ນັບມີຄວາມຫຼາກຫຼາຍ, ອຸດົມສົມບູນ, ມີເລື່ອງລາວ, ຂໍ້ມູນຂ່າວຫຼາຍຢ່່າງທີ່ໄດ້ຊຶມເລິກເຂົ້າໃນໃຈຂອງມະນຸດ, ປຸກລຸກບັນດາສິ່ງທີີ່ດີທີ່ງາມໃນທົ່ວສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ ສື່ມວນຊົນສືບຕໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ກັບລັດຖະບານ ເພື່ອແນໃສ່ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມທັງ ສືບຕໍ່ສ່ອງແສງ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ໃນນັ້ນ ມີການປະຕິຮູບການບໍລິຫານ, ຕຸລາການ, ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ.... ພິເສດໃນປີີ 2019 ແມ່ນ 50 ປີ ແຫ່ງວັນປະຕິບັດພິໄນກໍາຂອງປະທານໂຮ່ຈີມິນ, ບັນດາອົງການສື່ມວນຊົນ ສ້າງແຜນການເພື່ອໂຄສະນາເຜີຍແຜ່ກ່ຽວກັບເນື້ອໃນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ