ກອງປະຊຸມແລກປ່ຽນວຽກງານຊົນເຜົ່າໃນບໍລິເວນ 10 ແຂວງພາກກາງ, ໄຕງວຽນ

(VOVWORLD) -ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ນະຄອນ ບວນມາທວດ, ແຂວງດັກລັກ, ຄະນະກຳມະການຊົນເຜົ່າໄດ້ຈັດກອງປະຊຸມແລກປ່ຽນວຽກງານຊົນເຜົ່າໃນບໍລິເວັນ 10 ແຂວງເຂດພາກກາງ, ໄຕງວຽນ 6 ເດືອນຕົ້ນປີ 2018.
ກອງປະຊຸມແລກປ່ຽນວຽກງານຊົນເຜົ່າໃນບໍລິເວນ 10 ແຂວງພາກກາງ, ໄຕງວຽນ - ảnh 1 (ພາບປະກອບ: TTXVN)

ທ່ານ ນົງກ໋ວກຕ໋ວນ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ສະເໜີໃຫ້ບັນດາແຂວງພາກກາງ, ໄຕງວຽນ ຕິດຕາມ, ກຳແໜ້ນສະພາບການເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍໃນບໍລິເວນບັນດາຂົງເຂດຊີວິດການເປັນຢູ່, ເສດຖະກິດ, ວັດທະນະທຳ, ສັງຄົມ ເພື່ອເປັນເສນາທິການໃຫ້ແຂວງ, ຄະນະກຳມະການຊົນເຜົ່າ ມີມາດຕະການແກ້ໄຂຢ່າງທັນການເພື່ອຍົກສູງຊີວິດການເປັນຢູ່ຂອງຊາວຊົນເຜົ່າ. ທ່ານ ນົງກ໋ວກຕ໋ວນ, ສະເໜີວ່າ.

      “ຄະນະກຳມະການຊົນເຜົ່າສະເໜີໃຫ້ບັນດາຄະນະຊົນເຜົ່າຂອງແຂວງ ຕ້ອງສືບຕໍ່ສົມທົບກັບບັນດາຄະນະ, ຂະແໜງການຢ່າງແໜ້ນແຟ້ນ ຕັ້ງໜ້າເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກຳມະການ ເພື່ອປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ໄດ້. ທີໜຶ່ງແມ່ນຕ້ອງຍູ້ແຮງຄວາມຄືບໜ້າ, ທີ 2 ແມ່ນຕັ້ງໜ້າລົງຮາກຖານເພື່ອກວດກາຄືນບັນດາກົນໄກ, ພາກສ່ວນກ່ຽວຂ້ອງເຖິງໂຄງການ 2085, 2086 ໃຫ້ແກ່ພໍ່ແມ່ພີ່ນ້ອງເຜົ່າສ່ວນໜ້ອຍ ແລະ ບັນດານະໂຍບາຍກ່ຽວຂ້ອງເຖິງການຮັບປະກັນຊີວິດສັງຄົມ, ເຮັດແນວໃດ້ເພື່ອໃຫ້ເວລາພວກເຮົາຜັນຂະຫຍາຍເຖິງພໍ່ແມ່ປະຊາຊົນ ຕ້ອງມີລັກສະນະຄົບຊຸດ, ທັນການ”.

ຕອບກັບ

ຂ່າວ/ບົດ​ອື່ນ