ກອງປະຊຸມໂດຍກົງຜ່ານ ເຄືອຂ່າຍອິນເຕັດແນດ ກັບ 63 ແຂວງ, ນະຄອນ.

ກອງປະຊຸມໂດຍກົງຜ່ານ     ເຄືອຂ່າຍອິນເຕັດແນດ ກັບ 63 ແຂວງ, ນະຄອນ. - ảnh 1
ທ່ານ Vu Van Ninh ເປັນປະທານກອງປະຊຸມ
ພາບ:TTXVN

(vovworld) -  ວັນ​ທີ 20/4, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Vu Van Ninh ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຄ່າ​ຍອິນ​ເຕີ​ແນ​ດກັບ​ການ​ນຳ​ບັນດາ​ແຂວງ, ​ນະຄອນ ​ແລະ ກະຊວງ, ຂະ​ແຫນງ​ການ​ສູນ​ກາງ ກ່ຽວ​ກັບ​ການ ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ ຊຶ່ງ​ບັນດາ​ທ້ອງ​ຖິ່ນ​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ ​ຊົນນະບົດ​ໃຫມ່. ທ່ານ​ຮອງ​ນາຍົກລັດຖະມົນຕີ​ຖື​ວ່າ: ​ໃນ​ພາຍ​ພາກ​ຫນ້າ, ປີ 2012 ບັນດາ​ແຂວງ, ນະຄອນ ຕ້ອງ​ສຳ​ເລັດ​ການວາງ​ແຜນ​ຜັງ​ສັງ​ລວມຢູ່​ບັນດາ​ຕາ​ແສງ. ຄຽງ​ຄູ່​ກັນ​ນັ້ນ ບຸລິມະສິດ​ໃຫ້​ແກ່​ວຽກ​ງານ​ໂຄສະນາ, ​ເປັນ​ເອກະ​ພາບ​ໃນ​ການ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ ​ແລະ ການ​ນຳ​ຂັ້ນ​ຕ່າງໆ​ຢູ່​ຮາກ​ຖານ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເນັ້ນ​ຫນັກ​ວ່າ:

        “​ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ໄດ້​ກາຍ​ເປັນ​ຂະ​ບວນການ ​ແລະ ​ເຂົ້າ​ສູ່​ຊີ​ວິດຕົວ​ຈິງ, ພວກ​ເຮົາ​ຍິ່ງຕັດສິນ​ໃຈປະຕິບັດ​ໃຫ້​ໄດ້, ​ເຖິງ​ວ່າ ວິວັດ​ການ​ຜັນ​ຂະຫຍາຍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ. ຕ້ອງ​ລະດົມ​ທັງ​ລະບົບ​ການ​ເມືອງ​ເຂົ້າ​ຮ່ວມ​ການ​ປະຕິບັດ, ພິ​ເສດ ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ກ່ຽວກັບ​ບົດບາດ​ຂອງ​ຕົນ. ບັນດາ​ອົງການ, ອຳນາດ​ການ​ປົກຄອງ, ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ​ຕ້ອງ​ສຸມ​ໃສ່​ຊີ້​ນຳ, ​ແນະນຳ ​ແລະ ຈັດ​ຕັ້ງການ​ຜັນ​ຂະຫຍາຍ​ຢູ່​​ໃນບໍລິ​ເວນ​ຂອງແຕ່​ລະ​ຕາ​ແສງ​ໃຫ້​ເໝະສົມ.”

ຂ່າວ/ບົດ​ອື່ນ