ກອງປະຊຸມໂດຍກົງຜ່ານເຄືອຂ່າຍ ອິນເຕີແນັດຂອງລັດຖະບານ ກັບການນຳຂອງ 63 ແຂວງນະຄອນ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍ ອິນເຕີແນັດຂອງລັດຖະບານ ກັບການນຳຂອງ 63 ແຂວງນະຄອນ - ảnh 1

(ພາບ:laodong.com.vn)

(vovworld) - ​ໃນ​ຂອບ​​ເຂດກອງ​ປະຊຸມ​ໂດຍກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ​ລັດຖະບານການ​ນຳ​ຫຼັກແຫຼ່ງຂອງ 63 ​ແຂວງ​ນະຄອນຂຶ້ນກັບສູນ​ກາງ​ເພື່ອ​ຜັນ​ຂະຫຍາຍ​ມະຕິຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໜ້າທີ່ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013. ຕອນ​ເຊົ້າວັນ​ທີ 26/12, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ສະມາຊິກ​ລັດຖະບານ​ໄດ້ຮັບ​ຟັງ ​ແລະ ​ແລກປ່ຽນ​ໂດຍ​ກົງ, ກຳນົດ​ທິດ​ທາງ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ກ່ຽວຂ້ອງ​ເຖິງ​ບັນດາ​ມາດ​ຕະການ​ຊຸກ​ຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ຕະຫຼາດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ ສຸມ​ໃສ່​ຊີ້​ນຳ​ຮັກ​ສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຄວບ​ຄຸມ​ລາຄາ​ນັບ​ແຕ່​ຕົ້ນປີ 2013. ທ່ານ​ຍັງຮຽກຮ້ອງ​ໃຫ້​ບັນດາ​ກະຊວງ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ໜີ້​ເສຍ, ສິນຄ້າ​ຄ້າງ​ສາງ, ສ້າງ​ເງື່ອ​ນ​ໄຂ​ສະດວກ​​ເພື່ອ​ດຶງ​ດູດ​ເງິນ​ລົ​ງທຶນ​ຕ່າງປະ​ເທດ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຊີ້​ແຈງ​ວ່າ ຕ້ອງ​ຍູ້​ແຮ​ງວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ ຊື່​ງຈຸດ​ສຸມ​ແມ່ນ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ບັນດາ​ກະຊວງ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສືບ​ຕໍ່​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາ​ງສັງຄົມ…

 

ຂ່າວ/ບົດ​ອື່ນ