ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ກ່ຽວກັບການຊຸກຍູ້ການຈັດແບ່ງ ແລະ ປ່ອຍເງິນລົງທຶນພາກລັດ ປີ 2019

(VOVWORLD) -   ຕອນເຊົ້າວັນທີ 26 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ກ່ຽວກັບການຊຸກຍູ້ການຈັດແບ່ງ ແລະ ປ່ອນເງິນລົງທຶນພາກລັດປີ 2019.
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດ ກ່ຽວກັບການຊຸກຍູ້ການຈັດແບ່ງ ແລະ ປ່ອຍເງິນລົງທຶນພາກລັດ ປີ 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: chinhphu.vn)

      ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ນັບແຕ່ຫຼາຍປີມານີ້, ການປ່ອຍເງິນລົງທຶນພາກລັດຍັງຊັກຊ້າ, ສົ່ງຜົນກະທົບບໍ່ດີເຖິງການພັດທະນາເສດຖະກິດສັງຄົມ. ໂດຍເນັ້ນໜັກເຖິງບົດບາດສໍາຄັນຂອງການລົງທຶນພາກລັດສໍາລັບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ໃນນັ້ນ ມີການກໍ່ສ້າງບັນດາກິດຈະກໍາພື້ນຖານໂຄງລ່າງທີ່ສໍາຄັນ, ປ່ຽນແປງໂສມໜ້າຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ເງິນລົງທຶນພາກລັດ ກວມເອົາ 10,7% ຂອງມູນຄ່່າ GDP, 32% ຍອດລະດັບເງິນລົງທຶນທັງໝົດໃນທົ່ວສັງຄົມ (ປີ 2019). ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        “ທີໜຶ່ງແມ່ນ ເລື່ອງປ່ອຍເງິນລົງທຶນພາກລັດໄດ້ສົ່ງຜົນສະທ້ອນເຖິງລະດັບເຕີບໂຕເສດຖະກິດ, ດັ່ງນັ້ນ ເງິນລົງທຶນແມ່ນໜຶ່ງໃນບັນດາປັດໄຈສໍາຄັນສໍາລັບການເຕີບໂຕ. ທີສອງແມ່ນເງິນລົງທຶນພາກລັດແມ່ນໜຶ່ງໃນບັນດາແຫຼ່ງກໍາລັງຂອງບັນດາໂຄງການໃຫຍ່, ບັນດາພື້ນຖານໂຄງລ່າງສໍາຄັນ ຖ້າຫາກປ່ອຍງົບປະມານຊັກຊ້າ ຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ຜູ້ອຸປະຖໍາຫຼຸດລົງ”.

        ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຄວນເຮັດແຈ້ງສາເຫດພາວະວິໄສ ແລະ ອັດຕະວິໄສ ທີ່ພາໄປເຖິງການປ່ອຍເງິນລົງທຶນພາກລັດຢ່າງຊັກຊ້າ, ສະເໜີບັນດາມາດຕະການແກ້ໄຂເພື່ອຍູ້ໄວການປ່ອຍເງິນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ