ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງລັດຖະບານກັບບັນດາທ້ອງຖິ່ນໃນປີ 2019

(VOVWORLD) -ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງລັດຖະບານ ກັບບັນດາທ້ອງຖິ່ນໃນປີ 2019 ຈະດຳເນີນໃນລະຫວ່າງວັນທີ 30 – 31 ທັນວາ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງລັດຖະບານກັບບັນດາທ້ອງຖິ່ນໃນປີ 2019 - ảnh 1 ການຖະແຫຼງຂ່າວ

(ພາບ: dangcongsan.vn)

ຕອນບ່າຍວັນທີ 27 ທັນວາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ: ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດຂອງລັດຖະບານ ກັບບັນດາທ້ອງຖິ່ນໃນປີ 2019 ຈະດຳເນີນໃນລະຫວ່າງວັນທີ 30 – 31 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. ກອງປະຊຸມຈະຕີລາຄາຮອບດ້ານຕໍ່ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2019 ແລະ ກຳນົດທິດວຽກງານປີ 2020. ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ເນັ້ນໜັກວ່າ: ກອງປະຊຸມຈັດຕັ້ງຂຶ້ນໃນສະພາບທີ່ເສດຖະກິດມະຫາພາກປີ 2019 ບັນລຸໄດ້ຜົນງານຢ່າງໜັກແໜ້ນ ແລະ ແທດຈິງ; ພ້ອມກັນນັ້ນ 12 ຄາດໝາຍຂອງແຜນການເຊິ່ງສະພາແຫ່ງຊາດມອບໝາຍໃຫ້ກໍ່ລ້ວນແຕ່ປະຕິບັດສຳເລັດ, ໃນນັ້ນມີ 7 ຄາດໝາຍລື່ນກາຍແຜນການ. ລະດັບເຕີບໂຕ GDP ບັນລຸລະດັບ 7,02% ນອນໃນກຸ່ມສູງທີ່ສຸດໃນໂລກ; ໄພເງິນເຟີ້ກໍ່ໄດ້ຮັບການຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ