ກອງປະຊຸມໂອ້ລົມສົນທະນາກ່ຽວກັບມາດຕະການພັດທະນາພະລັງງານຜະລິດຄືນໃໝ່ຢູ່ ນິງທ້ວນ

(VOVWORLD) - ວັນທີ 03 ກໍລະກົດ, ທີ່ນະຄອນ ຟານຣາງ - ທ໊າບຈ່າມ, ສະຫະສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກແຂວງ ນິງທ້ວນ ຈັດຕັ້ງກອງປະຊຸມໂອ້ລົມສົນທະນາ “ສະພາບຕົວຈິງ ແລະ ມາດຕະການພັດທະນາພະລັງງານຜະລິດຄືນໃໝ່ຢູ່ແຂວງ ນິງທ້ວນ”.
ກອງປະຊຸມໂອ້ລົມສົນທະນາກ່ຽວກັບມາດຕະການພັດທະນາພະລັງງານຜະລິດຄືນໃໝ່ຢູ່ ນິງທ້ວນ - ảnh 1 ກອງປະຊຸມໂອ້ລົມສົນທະນາກ່ຽວກັບມາດຕະການພັດທະນາພະລັງງານຜະລິດຄືນໃໝ່ຢູ່ ນິງທ້ວນ (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານ ປອ ຟານຕູ່ງເມົ້າ, ຮອງປະທານສະຫະສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໃຫ້ຮູ້ວ່າ: ການຈັດຕັ້ງກອງປະຊຸມ ໂອ້ລົມສົນທະນາແມ່ນເພືຶ່ອແນໃສ່ລວບລວມຄຳເຫັນປະກອບ, ການໄຈ້ແຍກຕີລາຄາຂອງບັນດາຜູ້ແທນ, ນັກຊ່ຽວຊານກ່ຽວກັບສະພາບການພັດທະນາພະລັງງານຜະລິດຄືນໃໝ່, ອະນາຄົດການພັດທະນາ, ບັນດາຄວາມສະດວກ ແລະ ຫຍຸ້ງຍາກໃນວິວັດການຜັນຂະຫຍາຍບັນດາໂຄງການພະລັງງານຜະລິດຄືນໃໝ່ ເພື່ອມີຄຳສະເໜີຕໍ່ບັນດານັກວາງແຜນນະໂຍບາຍ, ບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອເປັນພື້ນຖານສ້າງແຜນກຳນົດ, ປະກາດໃຊ້ບັນດານະໂຍບາຍ ປະກອບສ່ວນເຂົ້າໃນການປະຕິບັດແຜນນະໂຍບາຍສ້າງແຂວງ ນິງທ້ວນ ໃຫ້ກາຍເປັນໃຈກາງພະລັງງານຜະລິດຄືນໃໝ່ຂອງທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ