ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII ຄາດວ່າຈະດຳເນີນໃນລະຫວ່າງວັນທີ 26-29 ກັນຍາ

(VOVWORLD) -ວັນທີ 6 ສິງຫາ, ທີ່ຮ່າໂນ້ຍ, ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ເຮັດວຽກຮ່ວມກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ກ່ຽວກັບວຽກງານການກະກຽມ ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII (ອາຍຸການ 2018-2023). 

ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII ຄາດວ່າຈະດຳເນີນໃນລະຫວ່າງວັນທີ 26-29 ກັນຍາ - ảnh 1

ທ່ານບຸ່ຍວັນເກືອງ ບົດລາຍກ່ຽວກັບວຽກງານການກະກຽມ ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XII 

(ພາບ:laodong.com.vn) 

ທ່ານ ນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຖືວ່າ: ໃນ ອາຍຸການ 2018-2023 ປະເທດຊາດຈະມີການປ່ຽນແປງໃໝ່ຫຼາຍຢ່າງ, ຄະນະກຳມະບານແຕ່ລະຂັ້ນຕ້ອງມີການປຶກສາຫາລື, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ເປັນຢ່າງດີເພື່ອໃຫ້ສອດຄ່ອງກັບການນຳພາຂອງພັກ, ການພັດທະນາຂອງປະເທດຊາດ. ກອງປະຊຸມໃຫຍ່ດັ່ງກ່າວຄາດວ່າຈະດຳເນີນໃນລະຫວ່າງວັນທີ 26-29 ກັນຍາ, ທີ່ນະຄອນຫຼວງ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນສົມບູນ 950 ທ່ານ.

ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ປະກອບຄຳຄິດຄຳເຫັນ, ແລກປ່ຽນກ່ຽວກັບບົດລາຍງານຂອງຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ສະໄໝທີ XI ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII; ລະບຽບກຳມະບານຫວຽດນາມ ປັບປຸງ ຈຸດສຸມແມ່ນບັນດາບັນຫາ: ຫົວຂໍ້ຂອງບົດລາຍງານ, ບຸກຄະລາກອນ, ພາລະບົດບາດເປັນຜູ້ຕາງໜ້າຂອງກຳມະບານໃນການເບິ່ງແຍງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. 

ຕອບກັບ

ຂ່າວ/ບົດ​ອື່ນ