ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມ

(VOVWORLD) -ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງນັ້ນ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດຂອງພັກກອມມູນິດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂອງທັງຊາດຫວຽດນາມ ອີກດ້ວຍ.
ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມ - ảnh 1ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນເຫດການສຳຄັນຍິ່ງສຳລັບພັກກອມມູນິດຫວຽດນາມ
(ພາບເອກະສານ: nhandan.com.vn)

ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນເຫດການສຳຄັນຍິ່ງສຳລັບພັກກອມມູນິດຫວຽດນາມ. ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງນັ້ນ ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດຂອງພັກກອມມູນິດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂອງທັງຊາດຫວຽດນາມ ອີກດ້ວຍ. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ ຫງວຽນທິທູເຮືອງ, ຮອງຫົວໜ້າກົມສຳເນົາເອກະສານຫ້ອງວ່າການສູນກາງພັກ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV ໃນວັນທີ 19 ມັງກອນ. ຕາມທ່ານນາງ ຫງວຽນທິທູເຮືອງ ແລ້ວ, ໃນກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງນັ້ນ, ຄະນະບໍລິຫານງານສູນກາງພັກໂດຍກອງປະຊຸມໃຫຍ່ເລືອກຕັ້ງນັ້ນ ແມ່ນມີບັນດາຜູ້ເຂົ້າຮ່ວມທີ່ມີຄຸນທາດ, ມີສະຕິປັນຍາເພື່ອນຳພາປະຊາຊົນສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ທ່ານນາງ ຫງວຽນທິທູເຮືອງ, ເນັ້ນໜັກວ່າ.

        “ເມື່ອຍັງມີຊີວິດຢູ່, ປະທານໂຮ່ຈີມິນ ເຄີຍເວົ້າວ່າ, ສາມັກຄີ, ສາມັກຄີ, ມະຫາສາມັກຄີ, ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ. ຂ້າພະເຈົ້າຄິດວ່າ, ບໍ່ມີກຳລັງໃດສາມາດແບ່ງແຍກກຸ່ມກ້ອນມະຫາສາມັກຄີຂອງພວກເຮົາໄດ້. ຖ້າຫາກບໍ່ສາມັກຄີກັນ, ປະເທດເຮົາບໍ່ສາມາດພັດທະນາ ແລະ ບໍ່ປະສົບຜົນສຳເລັດຢ່າງໃຫຍ່ຫຼວງຄືໃນປະຈຸບັນໄດ້”.

        ໃນເຫດການທີ່ກ່ຽວຂ້ອງ, ໃນຊຸມມື້ນີ້, ກອງທັບ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ເກາະ ຊິງໂຕນ ຂຶ້ນກັບເມືອງເກາະ ເຈື່ອງຊາ (ແຂວງແຄ໊ງຮ່ວາ) ໄດ້ແຂ່ງຂັນກັນສ້າງຜົນງານເພື່ອຂ່ຳນັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ຫວັງວ່າ, ໃນອາຍຸການໃໝ່ຈະມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ສັງຄົມຫຼາຍຢ່າງ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ