ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມປະກາດລາຍຊື່ກຳມະການກົມການເມືອງ

ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມປະກາດລາຍຊື່ກຳມະການກົມການເມືອງ - ảnh 1
ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ
ປະກາດລາຍຊື່ກຳມະການກົມການເມືອງ
(ພາບ: TTXVN)

(vovworld) - ຕາງໜ້າ​ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່, ທ່ານ ດິງ​ເທ໋ຮວີນ ອ່ານ​ບົດ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ເລືອກ​ຕັ້ງ​ກົມ​ການ​ເມືອງ, ​ເລຂາທິການ​ໃຫຍ່, ຄະນະ​ເລຂາທິການ, ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12. ຕາມ​ນັ້ນ​ແລ້ວ,  ​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຖືກ​ຕາມ​ກຳນົດ​ຂອງ​ກົດ​ລະບຽບ​ພັກ ​ແລະ ລະບຽບ​ການ​ເລືອກ​ຕັ້ງ​ຢູ່​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ປຶກສາ​ຫາລືຢ່າງມີ​ປະຊາທິປະ​ໄຕ ​ແລະ ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຈຳນວນ​ກຳມະການ​ກົມ​ການ​ເມືອງ​ຊຸດ​ທີ 12, ​ເຊິ່ງປະກອບມີ 19 ທ່ານ:

1. ຫງວຽນ​ຟູ໋ຈ້ອງ - ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງພັກ​ຊຸດ​ທີ 11, 12

2. ​ເຈິ່ນດ້າຍ​ກວາງ - ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ

3. ຫງວຽນ​ທິກິມ​ເງິນ - ຮອງ​ປະທານ​ສະພາ​ແຫ່ງ​ຊາດ

4. ​ໂງ​ຊວນ​ລິກ - ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ

5. ໂຕ​ເລິ​ມ - ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ຕຳຫຼວດ

6.   ຫງວຽນ​ຊວນ​ຝຸກ - ຮອງ​ນາຍົກລັດຖະມົນຕີ

7. ຫງວຽນ​ທ້ຽນ​ເຍິນ - ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ

8. ດິງ​ເທ໋ຮວີນ - ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ

9.  ຟ້າ​ມມິ​ງຈິ໋ງ - ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ

10.  ຕ່ອງ​ທິຝ໋ອງ - ຮອງ​ປະທານ​ສະພາ​ແຫ່ງ​ຊາດ

11. ​ເວື​ອງດິ່ງ​ເຮ໋ວ - ຮອງ​ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ

12.  ​ເຈິ່ນກວົກ​ເວື້ອງ - ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ

13.  ຟ້າ​ມບິ່ງ​ມິ​ງ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ

14. ​ເຈືອງ​ທິມາຍ - ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ ສະພາ​ແຫ່ງ​ຊາດ

15.  ​ເຈືອງ​ຮ່ວາ​ບິ່ງ - ຫົວໜ້າ​ສານ​ປະຊາຊົນ​ສູງ​ສຸດ

16. ຫງວຽນ​ວັນ​ບິ່ງ - ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ

17. ຫວໍ​ວັນ​ເຖືອ​ງ - ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ

18. ດິງລາ​ທັງ - ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ

19. ຮ່ວາງ​ຈູງ​ຫາຍ - ຮອງ​ນາຍົກລັດຖະມົນຕີ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມຊຸດ​ທີ 12 ​ ​

ເລືອກ​ຕັ້ງທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ 11 ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ 12 ຄືນ​ໃໝ່.

ຂ່າວ/ບົດ​ອື່ນ