ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ: ຫວຽດ​ນາມ ສ້າງ​ຂີດ​ໝາຍ​ດ້ວຍ​ຜົນ​ສຳ​ເລັດ​ພົ້ນ​ເດັ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຈຸດນັດພົບຂອງການລົງທຶນ ແລະ ສູນຜະລິດໃນທົດສະວັດຈະມາເຖິງ.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ: ຫວຽດ​ນາມ ສ້າງ​ຂີດ​ໝາຍ​ດ້ວຍ​ຜົນ​ສຳ​ເລັດ​ພົ້ນ​ເດັ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດຫວຽດນາມ ໄດ້ເອົາລົງໃນສື່ເອເລັກໂຕນິກ Times Kuwait (ພາບ:TTXVN)

ວັນທີ 16 ມັງກອນ, ເວັບໄຊ Times of India ຂອງ ອິນເດຍ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນນັ້ນ ໄດ້ເນັ້ນໜັກເປັນພິເສດເຖິງບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນວາລະໄຂ ເວັບໄຊດັ່ງກ່າວ ໄດ້ໃຫ້ເຫັນຢ່າງຈະແຈ້ງບັນດາຄວາມກ້າວໜ້າກະໂດດຂັ້ນກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນ 15 ປີຜ່ານມາ ແລະ ເລື່ອງຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສໍາເລັດຜົນ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນຈຸດນັດພົບຂອງການລົງທຶນ ແລະ ສູນຜະລິດໃນທົດສະວັດຈະມາເຖິງ. Times of India ສະຫຼຸບວ່າ: ນີ້ແມ່ນສາຍເຫດທີ່ປະຊາຄົມສາກົນຄວນສະໜັບສະໜູນ ຫວຽດນາມ ໃນຈຸດເວລານີ້ ເມື່ອປະເທດພວມຊອກຫາທິດທາງນະໂຍບາຍໃຫ້ແກ່ 25 ປີຈະມາເຖິງ.

ວັນທີ 27 ມັງກອນ, ສື່ເອເລັກໂຕນິກ Times Kuwait ກໍໄດ້ລົງບົດຂຽນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ. ໜັງສືພິມ Times Kuwait ຢັ້ງຢືນວ່າ ຫວຽດນາມ ໄດ້ສ້າງຂີດໝາຍດ້ວຍຜົນງານກະໂດດຂັ້ນ, ຜົນສຳເລັດພົ້ນເດັ່ນທີ່ບັນລຸໄດ້ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ທັດສະນະຂອງ ຫວຽດນາມ ນັບມື້ນັບມີນ້ຳໜັກກວ່າ ໃນບັນດາບັນຫາຂອງພາກພື້ນ ແລະ ສາກົນ; ກຳລັງຄວາມສາມາດນຳພາ, ບໍລິຫານ ແລະ ຈັດຕັ້ງກອງປະຊຸມ, ເວທີປາໄສ, ອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ ນັບມື້ນັບໄດ້ຮັບການພິສູດ.

ຕອບກັບ

ຂ່າວ/ບົດ​ອື່ນ