ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂ​ອງ​ພັກ: ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ ປິ​ຕິ​ຊົມ​ຊື່ນ​ເມື່ອ​ເ​ຫັນ​ປະ​ຈັກ​ຕາ ປະ​ເທດ​ຊາດ​ກ້າວ​ຂຶ້ນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ແກ່ນ

(VOVWORLD) -ທ່ານ ເລືອງຊວັນຮ່ວາ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ,ປະທານ ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດອນ ທານີ ຢັ້ງຢືນຄືດັ່ງກ່າວເມື່ອໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ໄທ.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂ​ອງ​ພັກ: ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ ປິ​ຕິ​ຊົມ​ຊື່ນ​ເມື່ອ​ເ​ຫັນ​ປະ​ຈັກ​ຕາ ປະ​ເທດ​ຊາດ​ກ້າວ​ຂຶ້ນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ແກ່ນ - ảnh 1ພາບປະກອບ: TTXVN

ເມື່ອກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງໄດ້ຈັດຂຶ້ນ, ປະຊາຄົມຊາວ ຫວຽດນາມອາໄສຢູ່ໄທ ເວົ້າລວມ ແລະ ຢູ່ແຂວງອຸດອນ ທານີ, ພາກອີສານ ຂອງປະເທດນີ້ເວົ້າສະເພາະພັດຮູ້ສຶກປິຕິຊົມຊື່ນເມື່ອເຫັນປະເທດ ຫວຽດນາມ ພວມປ່ຽນແປງຕົນເອງ ກ້າວຂຶ້ນເສັ້ນທາງແຫ່ງຄວາມເອກະລາດເປັນເຈົ້າຕົນເອງ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ສິວິໄລຢ່າງໝັ້ນແກ່ນ.

ທ່ານ ເລືອງຊວັນຮ່ວາ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ,ປະທານ ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດອນ ທານີ ຢັ້ງຢືນຄືດັ່ງກ່າວເມື່ອໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ໄທ, ໃນສະພາບການພັກກອມມູນິດ ຫວຽດນາມ ພວມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໃນລະຫວ່າງວັນທີ 25 ມັງກອນ ຫາ ວັນທີ 2 ກຸມພາ. ທ່ານ ເລືອງຊວັນຮ່ວາ ໄດ້ເນັ້ນໜັກວ່າ ຍາມໃດ ຊາວຫວຽດນາມອາໄສຢູ່ໄທກໍ່ຕິດຕາມ ແລະ ຮູ້ສຶກປິຕິຊົມຊື່ນ ຕໍ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມວັນຜ່ານມາ, ພ້ອມທັງໄດ້ເຫັນດີເຫັນພ້ອມ, ສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງ. ພໍ່ແມ່ປະຊາຊົນມີຄວາມປາດຖາໜາຢາກໃຫ້ພັກມີແຜນນະໂຍບາຍ, ນະໂຍບາຍທີ່ແທດຈິງ ແລະ ມີປະສິດທິຜົນຕື່ມອີກ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ຊາວຫວຽດນາມອາໄສຢູ່ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ