ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ມີ​ຄວາມ​ປະ​ທັບ​ໃຈ ແລະ ​​ເຊື່ອ​ໝັ້ນ​

(VOVWORLD) -ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາຜົນສຳເລັດເຊິ່ງຫວຽດນາມບັນລຸໄດ້ໃນ ໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ມີ​ຄວາມ​ປະ​ທັບ​ໃຈ ແລະ ​​ເຊື່ອ​ໝັ້ນ​ - ảnh 1ທ່ານ Saadi Salam ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳຫວຽດນາມ

ປະທັບໃຈຕໍ່ບັນດາຜົນງານ ເຊິ່ງຫວຽດນາມບັນລຸໄດ້ໃນໄລຍະປ່ຽນແປງໃໝ່, ພິເສດແມ່ນໝາກຜົນໃນການພັດທະນາເສດຖະກິດ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນປີ 2020, ບັນດານັກການທູດພວມມີໜ້າຢູ່ຫວຽດນາມ ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ກ້າວຂຶ້ນຢ່າງໝັ້ນຄົງ.

ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ.ລາວປະຈຳຫວຽດນາມ ໄດ້ຕີລາຄາສູງບັນດາຜົນສຳເລັດເຊິ່ງຫວຽດນາມບັນລຸໄດ້ໃນ ໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນທຸກຂົງເຂດ ແລະ ແມ່ນ 1 ໃນ 10 ປະເທດມີຈັງວະເຕີບໂຕເສດຖະກິດສູງທີ່ສຸດໃນໂລກ. ການພົວພັນທາງການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ບັນລຸໄດ້ຜົນງານສຳຄັນ, ປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນ ແລະ ພາກພື້ນ. ທ່ານ ແສງເພັດ ຮຸ່ງບຸນຍວງຫວັງວ່າ ບັນດາໄຊຊະນະດັ່ງກ່າວໄດ້ຢັ້ງຢືນແນວທາງຢ່າງຖືກຕ້ອງ ແລະ ຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸປະກາດກ່ຽວກັບກອງປະຊຸມຄັ້ງທີ 13 ຂອງພັກ ຕໍ່ຄະນະທຸຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳຫວຽດນາມ, ທ່ານ Saadi Salam ເອກອັກຄະລັດຖະທູດ ປາແລັດສະຕິນ ຢັ້ງຢືນວ່າ: ໃນສະພາບການໂລກພວມຕ້ອງຮັບມືກັບໂລກລະບາດໂຄວິດ - 19, ຜົນສຳເລັດຂອງ ຫວຽດນາມແມ່ນພະຍານຫຼັກຖານ ຢັງຢຶນວ່າ ບັນດານະໂຍບາຍໄດ້ນຳມາເຊິ່ງໝາກຜົນອັນດີງາມ, ເພື່ອໃຫ້ຊາວຫວຽດນາມ ແລະ ຊາວຕ່າງປະເທດດຳລົງຊີວິດຢູ່ຫວຽດນາມຢ່າງມີຄວາມອຸ່ນອ່ຽນໃຈ.

.

ຕອບກັບ

ຂ່າວ/ບົດ​ອື່ນ