ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ

(VOVWORLD) -ໜັງສືພິມ ປະເທດລາວ ສະບັບອອກວັນທີ 28 ມັງກອນ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສ້າງຂີດໝາຍແຫ່ງການພັດທະນາຢ່າງແຮງຂອງພັກກອມມູນິດ ຫວຽດນາມ”.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ - ảnh 1ເວັບໄຊ KPL ລົງບົດຂຽນ ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ (ພາບ: TTXVN)

ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນບາດກ້າວປ່ຽນແປ່ງທີ່ສຳຄັນທີ່ສຸດ, ແມ່ນປະຖົມປັດໄຈໃຫ້ບັນດາອາຍຸການຕໍ່ໄປ ເພື່ອປະຕິບັດເປົ້າໝາຍຍຸດທະສາດພັດທະນາປະເທດຊາດ ຕະຫຼອດຮອດປີ 2030, ວິໄສທັດຮອດປີ 2045 ຢ່າງມີໄຊ. ບົດຂຽນເນັ້ນໜັກວ່າ “ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ, ຫຼາຍທົດສະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ຮັກສາເປັນຢ່າງດີເທົ່ານັ້ນ, ຫາກຍັງໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງອີກດ້ວຍ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດທັງໝົດ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນທັງສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໂລກ”.

        ແລະ ສຳນັກຂ່າວສານ ລາວ (KPL) ກໍ່ໄດ້ຕີລາຄາສູງບັນດາຜົນສຳເລັດດ້ານເສດຖະກິດຂອງ ຫວຽດນາມ ໄລຍະ 2016 – 2019 ໃນການຮັກສາການເຕີບໂຕ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໃນປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນີ້. ດ້ວຍບັນດາຜົນງານນີ້, ຫວຽດນາມ ໄດ້ຮັບການຈາກໂລກຮັບຮູ້ ແລະ ຖືວ່າແມ່ນຈຸດພົ້ນເດັ່ນໃນການປະຕິບັດເປົ້າໝາຍຄວບຄູ່ ຢ່າງມີໄຊ…

ຕອບກັບ

ຂ່າວ/ບົດ​ອື່ນ