ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ: ຫວຽດນາມ ຈັດຕັ້ງເຫດການສຳຄັນຍິ່ງໃນເງື່ອນໄຂສະດວກ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະຮັບປະກັນໃຫ້ “ປະຈຸບັນ ແລະ ອະນາຄົດ” ຂອງຫວຽດນາມ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ: ຫວຽດນາມ ຈັດຕັ້ງເຫດການສຳຄັນຍິ່ງໃນເງື່ອນໄຂສະດວກ - ảnh 1(ພາບປະກອບ: TTXVN)

ນັກຂ່າວຊາວກູບາ ປະຈຳຫວຽດນາມ Alberto Salazar, ເນັ້ນໜັກວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະຮັບປະກັນໃຫ້ “ປະຈຸບັນ ແລະ ອະນາຄົດ” ຂອງຫວຽດນາມ.

        ໂດຍແມ່ນຊາວຕ່າງປະເທດທີ່ດຳລົງຊີວິດຢູ່ຫວຽດນາມ ມາເປັນເວລາກວ່າ 3 ປີ, ທ່ານ Alberto Salazar ແບ່ງປັນວ່າ, ຕົນເອງໄດ້ເຫັນປະຈັກຕາການປ່ຽນແປງໃໝ່ຢ່າງຕັ້ງໜ້າ, ພິເສດແມ່ນມີຫຼາຍກິດຈະກຳໃໝ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫວຽດນາມ. ນັກຂ່າວ Alberto Salazar ຖືວ່າ, ຊາດຫວຽດນາມ ມີເອກອ້າງທະນົງໃຈກ່ຽວກັບພັກກອມມູນິດຂອງຕົນ, ກໍຄືພັກກອມມູນິດຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ຊາດຂອງຕົນ. ທ່ານ Alberto Salazar ໄດ້ຕີລາຄາສູງຕໍ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ວ່າໄດ້ດຳເນີນໄປຢ່າງວ່ອງໄວ ແລະ ມີປະສິດທິຜົນ, ຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະຮັບປະກັນໃຫ້ແກ່ປະຈຸບັນ ແລະ ອະນາຄົດຂອງຫວຽດນາມ.

ໜັງສືພິມ Sunday Times ຂອງສິງກະໂປ ຫາກໍ່ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ: ຫວຽດນາມ ພວມກະກຽມໃຫ້ແກ່ເຫດການການເມືອງສຳຄັນຍິ່ງ ນັ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເຊິ່ງຈະດຳເນີນໄປໃນເງື່ອນໄຂສະດວກ ປະຈຸບັນບໍ່ມີຫຼາຍປະເທດໃນໂລກສາມາດເຮັດໄດ້. ບັນດາເງືຶ່ອນໄຂເຊິ່ງບົດຂຽນໄດ້ເຕື້ອງເຖິງນັ້ນຄື: ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມ, ໃນຂະນະທີ່ລະດັບການເຕີບໂຕເສດຖະກິດໄດ້ຮັບການຄາດຄະເນວ່າ “ກ້າວຂຶ້ນຢ່າງໄວ” ກວ່າບັນດາປະເທດຢູ່ພາກພື້ນ. ຍິ່ງກວ່ານັ້ນ, ຫວຽດນາມ ຍັງນັບມື້ນັບດຶງດູດນັກລົງທຶນຕ່າງປະເທດຫຼາຍກວ່າ, ພິເສດແມ່ນຫວຽດນາມ ຫາກໍ່ລົງນາມໃນສັນຍາການຄ້າເສລີ (FTA) ກັບສະຫະພາບເອີລົບ (ອີຢູ). ໄປຄຽງຄູ່ກັນນັ້ນ, ຄວາມມານະພະຍາຍາມຕ້ານການສໍ້ລາດບັງຫຼວງກໍ່ໄດ້ຊ່ວຍຍົກສູງອິດທິພົນຊື່ສຽງຂອງພັກກອມມູນິດຫວຽດນາມ ໃນໝູ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ