ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນກອງປະຊຸມຈັດກຽມ

(VOVWORLD) -ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ມີຜູ້ແທນ 1.587 ສະຫາຍ, ທີ່ຕາງໜ້າໃຫ້ສະມາຊິກພັກ 5,1 ລ້ານຄົນໃນທົ່ວປະເທດ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນກອງປະຊຸມຈັດກຽມ - ảnh 1(ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ດຳເນີນກອງປະຊຸມຈັດກຽມ)

ດ້ວຍທິດນຳ “ສາມັກຄີ-ປະຊາທິປະໄຕ-ລະບຽບວິໄນ-ປະດິດຄິດສ້າງ-ພັດທະນາ”, ຕອນເຊົ້າວັນທີ 25 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ດຳເນີນກອງປະຊຸມຈັດກຽມຢູ່ສູນປະຊຸມແຫ່ງຊາດ ມິ້ດິ່ງ, ນະຄອນຫຼວງຮ່າໂນ້ຍ.

        ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ມີຜູ້ແທນ 1.587 ສະຫາຍ, ທີ່ຕາງໜ້າໃຫ້ສະມາຊິກພັກ 5,1 ລ້ານຄົນໃນທົ່ວປະເທດ. ຜູ້ແທນຖືກເຊີນມີບັນດາອະດີດການນຳພັກ, ລັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດ ແລະ ຫົວໜ້າຜູ້ຕ່າງໜ້າບັນດາອົງການຈັດຕັ້ງສາກົນ… ນອກນັ້ນຍັງມີແມ່ຫວຽດນາມ ວິລະຊົນ, ຜູ້ສົງຄຸນວຸດທິ, ປັນຍາຊົນ, ນັກສິລະປິນດີເດັ່ນ.

        ຕອນເຊົ້າວັນທີ 25 ມັງກອນ, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາກົດລະບຽບການເຮັດວຽກຂອງກອງປະຊຸມໃຫຍ່, ສຳເລັດບັນດາວຽກງານສຳຄັນລວມມີ: ຄັດເລືອກຄະນະປະທານ, ຄະນະເລຂາ, ຮັບຮອງເອົາກົດລະບຽບການເລືອກຕັ້ງຂອງກອງປະຊຸມໃຫຍ່, ຮັບຮອງເອົາບົດລາຍງານກວດກາສິດຂອງຜູ້ແທນ. ຕອນບ່າຍວັນທີ 25 ມັງກອນ, ຜູ້ແທນໄດ້ເຮັດວຽກຢູ່ຄະນະ, ຄົ້ນຄວ້າບັນດາເອກະສານກອງປະຊຸມໃຫຍ່. ວາລະໄຂກອງປະຊຸມໃຫຍ່ຜູ້ແທນຂັ້ງທີ່ 13 ຂອງພັກກອມມູນິດຫວຽດນາມ ຈະເລີ່ມດຳເນີນແຕ່ຕອນເຊົ້າວັນທີ 26 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ