ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ

(VOVWORLD) - ເນື້ອໃນການປັບປຸງຊີ້ແຈ້ງ ຄວາມສາມາດປ້ອງກັນຢ່າງແຮງ ໂດຍພື້ນຖານຈະສະກັດກັ້ນບັນດາໄພນາບຂູ່ການທະຫານ ແລະ ປົກປັກຮັກສາສະຖຽບລະພາບ ແລະ ສະພາບແວດລ້ອມແຫ່ງສັນຕິພາບຢູ່ແຫຼມເກົາຫຼີ.
ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ (ພາບ:  KCNA/TTXVN)

 ວັນທີ 10 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ ໄດ້ປຶກສາຫາລືກ່ຽວກັບເນື້ອໃນສຳຄັນທີສາມ ໃນໂຄງການດຳເນີນງານທີ່ກ່ຽວຂ້ອງເຖິງການປັບປຸງກົດລະບຽບພັກ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ ຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ໄດ້ປັບປຸງ ແລະ ເພີ່ມເຕີມບາງເນື້ອໃນຂອງກົດລະບຽບພັກ ໃຫ້ເໝາະສົມກັບສະພາບການພັດທະນາ ແລະ ຫຼັກການເຮັດວຽກຂອງພັກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິວັດທະນາການປະຕິວັດ ແລະ ເໝາະສົມກັບໜ້າທີ່ໃໝ່ວາງອອກ.

          ຕາມ KCAN ແລ້ວ, ການປັບປຸງນີ້ ໄດ້ສ່ອງແສງ “ຫຼັກໝັ້ນຢຶດໝັ້ນ” ຂອງ ສປປ.ເກົາຫຼີ ແນໃສ່ສ້າງພື້ນຖານສັນຕິພາບຍາວນານ ແລະ ກ້າວໄປເຖິງເປົ້າໝາຍທ້ອນໂຮມ 2 ພາກເກົາຫຼີເປັນເອກະພາບ. ເນື້ອໃນການປັບປຸງຊີ້ແຈ້ງ ຄວາມສາມາດປ້ອງກັນຢ່າງແຮງ ໂດຍພື້ນຖານຈະສະກັດກັ້ນບັນດາໄພນາບຂູ່ການທະຫານ ແລະ ປົກປັກຮັກສາສະຖຽບລະພາບ ແລະ ສະພາບແວດລ້ອມແຫ່ງສັນຕິພາບຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ