ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມຜູ້​ກ້າວ​ໜ້າ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລ​ຸງ​ໂຮ່​ຄັ້ງ​ທີ 6

(VOVWORLD) - ໃນລະຫວ່າງວັນທີ 30 – 31 ພຶດສະພາ ຢູ່ແຂວງເງະອານຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມໃຫຍ່ຊາວໜຸ່ມຜູ້ກ້າວໜ້າເຮັດຕາມຄຳສັ່ງສອນຂອງລຸງໂຮ່ຄັ້ງທີ 6, ປີ 2020 ເພື່ອຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນທີ່ກ້າວໜ້າໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄລຍະ 2018 - 2020.
ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມຜູ້​ກ້າວ​ໜ້າ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລ​ຸງ​ໂຮ່​ຄັ້ງ​ທີ 6      - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ (ພາບ: thanhnien.vn) 

        ບັນດາຜູ້ແທນທີ່ເຂົ້າຮ່ວມແມ່ນບັນດາຊາວໜຸ່ມ, ໄວໜຸ່ມ ທີ່ມີຜົນງານດີເດັ່ນໃນການອອກແຮງງານ, ຮ່ຳຮຽນ, ປະຕິບັດງານ, ຝຶກຝົນຫຼໍ່ຫຼອມ, ບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ມີການປະກອບສ່ວນຢ່າງເໝາະສົມເຂົ້າໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນອັນຕັ້ງໜ້າໃນໝູ່ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ໃນສັງຄົມ.

        ໃນຂອບເຂດກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ລົງຢ້ຽມຢາມບ້ານເກີດຂອງລຸງໂຮ່, ເຂົ້າຮ່ວມພິທີແຈ້ງຜົນງານຕໍ່ລຸງໂຮ່, ເຂົ້າຮ່ວມພິທີມອບຫຼຽນກາຊາວໜຸ່ມຜູ້ກ້າວໜ້າເຮັດຕາມຄຳສັ່ງສອນຂອງລຸງໂຮ່ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກິມລຽນ, ເມືອງນາມດ່ານ; ເຂົ້າຮ່ວມງານວາງສະແດງຮູບຖ່າຍ “ຄວາມເອກອ້າງທະນົງໃຈຂອງໄວໜຸ່ມໃນຍຸກສະໄໝໂຮ່ຈີມິນ; ເຂົ້າຮ່ວມການປຶກສາຫາລືຢູ່ເວທີປາໄສ 6 ຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ