ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ: ຄວາມສາ​ມັກ​ຄີ​ແມ່ນຕົ້ນ​ກຳ​ເນີດຂອງ​ກຳ​ລັງ​ແຮງ​ແຫ່ງ​ຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການລົງທຶນພັດທະນາຮອບດ້ານຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນປັດໄຈທີ່ມີລັກສະນະພື້ນຖານເພື່ອຮັບປະກັນຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາທົ່ວປວງຊົນທັງຊາດ.
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ: ຄວາມສາ​ມັກ​ຄີ​ແມ່ນຕົ້ນ​ກຳ​ເນີດຂອງ​ກຳ​ລັງ​ແຮງ​ແຫ່ງ​ຊາດ - ảnh 1 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ບັນດາຊົນເຜົ່າສ່ວນໜ້ອຍ (ພາບ: TTXVN)

ຕອນເຊົ້າ ວັນທີ 4 ທັນວາ, ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມຄັ້ງທີ 2 ໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມກັບບັນດາການນຳ, ອະດີດການນຳ ພັກ, ລັດ ແລະ ຜູ້ແທນດີເດັ່ນ ເກືອບ 1.600 ຄົນ ທີ່ຕາງໜ້າໃຫ້ 54 ຊົນເຜົ່າໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ເນັ້ນໜັກວ່າ:

ຊົນເຜົ່າສ່ວນໜ້ອຍກວມເອົາບໍ່ຮອດ 15% ຂອງພົນລະເມືອງ, ແຕ່ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ ແລະ ພວມປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ວິວັດທະນາການພັດທະນາຂອງປະເທດຊາດ. ໃນການຕໍ່ຕ້ານ, ບັນດາວິລະກຳພິລະອາດຫານຂອງວິລະຊົນທີ່ມີຊື່ສຽງຫຼາຍຄົນ ຍັງຍືນຍົງຄົງຕົວໄປກັບ ພວກເຮົາ. ໃນສະໄໝສັນຕິພາບ, ພັກ ແລະ ລັດເຮົາໄດ້ມີຫຼາຍຮູບການເຊີດຊູບັນດາຜູ້ມີອິດທິພົນຊື່ສຽງໃນໝູ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການລົງທຶນພັດທະນາຮອບດ້ານຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນປັດໄຈທີ່ມີລັກສະນະພື້ນຖານເພື່ອຮັບປະກັນຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ