ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI

(VOVWORLD) -ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ບັນດາ ດັດຊະນີ ກ່ຽວກັບການຮ່ຳຮຽນຂອງ ຫວຽດນາມ ລ້ວນແຕ່ຢູ່ອັນດັບສູງກ່ວາ ເມື່ອທຽບໃສ່ກັບຫຼາຍປະເທດທີ່ມີລະດັບການພັດທະນາເສດຖະກິດເທົ່າທ່ຽມກັນ.



ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ຫວຽດ​ນາມ ຄັ້ງ​ທີ VI - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP)

ຕອນເຊົ້າວັນທີ 1 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມສົ່ງເສີມການຮຽນ ຫວຽດນາມ ຄັ້ງທີ VI ອາຍຸການ 2021 – 2026 ໄດ້ດຳເນີນຢູ່ ຮ່າໂນ້ຍ. ກອງປະຊຸມໃຫຍ່ເປັນຂີດໝາຍ ໄລຍະທາງ 25 ປີແຫ່ງການສ້າງຕັ້ງ, ພັດທະນາຂອງ ສະມາຄົມ ດ້ວຍການປະກອບສ່ວນໃຫ້ແກ່ການພັດທະນາ ພາລະກິດການສຶກສາ, ບຳລຸງສ້າງ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດຢ່າງຮອບດ້ານ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ບັນດາ ດັດຊະນີ ກ່ຽວກັບການຮ່ຳຮຽນຂອງ ຫວຽດນາມ ລ້ວນແຕ່ຢູ່ອັນດັບສູງກ່ວາ ເມື່ອທຽບໃສ່ກັບຫຼາຍປະເທດທີ່ມີລະດັບການພັດທະນາເສດຖະກິດເທົ່າທ່ຽມກັນ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສະມາຄົມສົ່ງເສີມ ການຮຽນຫວຽດນາມ ຄວນເປັນຈຸດເຊື່ອມຕໍ່ຜັນຂະຫຍາຍການເຄື່ອນໄຫວຍົກສູງທັກສະ ໃຫ້ແກ່ປະຊາຊົນ, ສືບຕໍ່ຍົກອອກຫຼາຍຮູບແບບໃໝ່, ວິທີເຮັດທີ່ດີ. ສະມາຄົມທຸກຂັ້ນ, ພິເສດ ແມ່ນຂັ້ນພື້ນຖານຄວນສົມທົບກັບລະບົບ, ຮາກຖານການສຶກສາບຳລຸງສ້າງອາຊີບ, ຂະແໜງທະຫານເສຍອົງຄະ ແລະ ສັງຄົມ, ກະສິກຳໃຫ້ເປັນຢ່າງດີ, ພະຍາຍາມຟື້ນຟູ, ເສີມຂະຫຍາຍ, ນຳເອົາສູນການຮຽນຊຸມຊົນ 10.000 ແຫ່ງເຂົ້າສູ່ການເຄື່ອນໄຫວຢ່າງແທ້ຈິງ ແລະ ມີປະສິດທິຜົນ, ນຳໃຊ້ເຕັກໂນໂລຢີປ່ຽນແປງໃໝ່ເຂົ້າໃນການເຄື່ອນໄຫວຂອງລະບົບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ