ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

(VOVWORLD) -ຕອນບ່າຍວັນທີ 30 ມັງກອນ, ຜູ້ແທນ 1.587 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII. 
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII - ảnh 1ການນຳພັກ, ລັດ ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກ (ພາບ: VGP)

ແລກປ່ຽນກັບສື່ມວນຊົນຢູ່ນອກກອງປະຊຸມໃຫຍ່, ບັນດາຜູ້ແທນມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ XIII ຈະແມ່ນໝູ່ຄະນະທີ່ມີຄວາມສາມັກຄີ, ນຳພາປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ຫຼືງອກບິ່ງ, ຜູ້ແທນແຂວງ ກວ໋າງງ໋າຍ ຫວັງວ່າ:

“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຈະນຳເອົາຄວາມຮູ້ທີ່ໄດ້ບຳລຸງສ້າງຢ່າງມີແບບມີແຜນ, ເສີມຂະຫຍາຍກຳລັງຄວາມສາມາດໃນການບໍລິຫານປະເທດຊາດໃນປັດຈຸບັນ. ຂ້າພະເຈົ້າຫວັງວ່າ ເຂົາເຈົ້າ ຈະມີວິໄສທັດມອງກວ້າງເຫັນໄກ ແລະ ມີມາດຕະການພັດທະນາປະເທດຊາດໃນໄລຍະຈະມາເຖິງ”.

ທ່ານ ເລືອງຈ້ອງແທັ່ງ, ຜູ້ແທນແຂວງ ແທັງຮວ໊າ ແບ່ງປັນວ່າ:

“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຈະເລືອກໄດ້ຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີພູມປັນຍາ, ມີຄວາມສາມັກຄີ ແລະ ເປັນເອກະພາບ ລະຫວ່າງເຈດຈຳນົງ ແລະ ການກະທຳ ເພື່ອນຳມະຕິກອງປະຊຸມເຂົ້າສູ່ຊີວິດຕົວຈິງໂດຍໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ