ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມດຳເນີນວາລະປະຊຸມກຽມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມດຳເນີນວາລະປະຊຸມກຽມ - ảnh 1
ຄະນະ​ເລຂາທິການ​ສູນ​ກາງ ​ແລະ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​
ກອງ​ປະຊຸມ​ໃຫຍ່​ເຂົ້າ​ສຸສານ​ໄວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ
(ພາບ: baomoi.com)

(vovworld) - ວັນ​ທີ 20/1, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ​ດຳ​ເນີນ​ວາລະປະຊຸມກຽມຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດິ່ງ, ຮ່າ​ໂນ້ຍ. ກ່ອນ​ທີ່​ໄຂ​ວາລະປະຊຸມ​ກຽມ, ບັນດາ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ກຳມະການ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ ​ແລະ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ ໄດ້​ໄປ​ວາງ​ພວງມາລາ, ​ເຂົ້າ​ສຸສານ​ໄວ້ອາ​ໄລ​ປະທານ ​ໂຮ່ຈີ​ມິນ.

        ຫຼັງ​ຈາກ​ນັ້ນ, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ມີ້​ດິ່ງ, ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ​ດຳ​ເນີນວາລະປະຊຸມກຽມ​ ເປີດ​ສາກ​ວາລະ​ປະຊຸມ​ກຽມ, ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳ​ຄະນະ​ເລຂາທິການສູນ​ກາງ​ພັກ, ​ເຊີນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ບໍລິຫານ​ວາລະ​ປະຊຸມ. ຫລັງ​ຈາກ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຂໍ​ຄຳ​ເຫັນ​ກອງ​ປະຊຸມ​ໃຫຍ່ ​ຮັບຮອງ​ເອົາ​ລາຍການ​ປະຊຸມຈັດ​ກຽມ, ຮັບຮອງ​ເອົາກົດ​ລະບຽບ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ໃຫຍ່. ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ກອງ​ປະຊຸມ​ໃຫຍ່​ໄດ້​ສຳ​ເລັດ​ບັນດາ​ວຽກ​ງານ​ທີ່ສຳຄັນ​ລວມມີ: ​ເລືອກ​ຕັ້ງ​ຄະນະ​ປະທານ, ກອງ​ເລຂາ, ຄະນະກວດກາ​ຄຸນ​ລັກສະນະ​ຜູ້​​ແທນ, ຮັບຮອງ​ເອົາ​ລາຍການ​​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ໃຫຍ່, ຮັບ​ຮອງ​ເອົາ​ກົດ​ລະບຽບ​ການ​ເລືອກ​ຕັ້ງຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານກວດກາ​ຄຸນ​ລັກສະນະ​ຜູ້​ແທນ​. ​ໃນ​ຕອນ​ບ່າຍ, ບັນດາ​ຜູ້​ແທນ​ຄົ້ນ​ຄວ້າ​ເອກະສານ​ຕາມ​ຄະນະ.

        ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ດຳ​ເນີນ​ແຕ່​ວັນ​ທີ 20-28/1/2016. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ມີ​ຜູ້​ແທນ 1.510 ຄົນ, ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ​ພາຍ​ໃນທົ່ວ​ປະ​ເທດ 4,5 ລ້ານ​ຄົນ. ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 18/1, ທ່ານ ດິງ​ເທ໋ຮວີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ທິການສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ໃຫ້​ຮູ້​ວ່າ:

        “ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ແມ່ນ: ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ປະຊາທິປະ​ໄຕ​ສັງຄົມ​ນິຍົມ; ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ; ສູ້​ຊົນ​ນຳ​ ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ“.

        ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ຕີ​ລາຄາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ແລະ ຫວນ​ຄືນ​ໄລຍະ​ທາງ 30 ປີ ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ, ກຳນົດ​ທິດ​ທາງ, ຄາດໝາຍ, ໜ້າ​ທີ່ ​ແລະ ບັນດາ​ມາດ​ຕະການ​ພັດທະນາ​ປະ​ເທດ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ 5 ປີ​ຈະ​ມາ​ເຖິງ.

        ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ກໍ່​ຈະ​ປຶກສາ​ຫາລື, ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ, ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11; ບົດ​ລາຍ​ງານ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ (2011-2015) ​ແລະ ທິດ​ທາງ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ (2016-2020); ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ການ​ຊີ້​ນຳ,​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 11; ບົດ​ລາຍ​ງານ​ກ່ຽວ​ກັບ​ສະຫຼຸບ​ວຽກ​ງານ​ປະຕິບັດ​ກົດ​ລະບຽບ​ພັກ​ຊຸດ​ທີ 11 ​ແລະ ສະ​ເໜີ, ​ເພີ່ມ​​ເຕີມ, ປັບປຸງ​ກົດ​ລະບຽບ​ພັກ, ບົດ​ລາຍງານ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“.

        ກອງ​ປະຊຸມ​ຈະ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12. ​ເນື່ອງ​ໃນ​ໂອກາດ​ນີ້, ພັກ​ກອມ​ມູນິດ​ຫວຽດນາມ ກໍ່​ໄດ້​ມີ​ຈົດໝາຍ​ປະກາດ​ທາງ​ການ​ກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ເຖິງ​ບັນດາ​ພັກ​ການ​ເມືອງ, ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​, ​ເພື່ອນ​ມິດສາ​ກົນ.

 

 

ຂ່າວ/ບົດ​ອື່ນ