ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ5ຜູ້ອາຍຸສູງຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ5ຜູ້ອາຍຸສູງຫວຽດນາມ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ
​ຫວຽດ​ນາມ 


(vovworld)-  ​ວັນ​ທີ 9/11, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ຫວຽດ​ນາມ  ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ສະ​ມ​າ​ຄົມ​ຜູ້​ອາ​ຍຸ​ສູງ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ ເປັນ​ອົງ​ການ​ຫລັກ​ແຫລ່ງ​ແກ່ນ​ສານ​ເພື່ອ​ເບິ່ງ​ແຍງ​ດູ​ແລ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ, ປະ​ກອບ​ສ່ວນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫ​ວຽດ​ນາມ ສັງ​ຄົມ​ນິ​ຍົມ” ໄດ້​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ໃຫຍ່ ດັ່ງ​ກ່າວ ແມ່ນ​ກຳ​ນົດ​ທິດ​ທາງ, ຫນ້າ​ທີ່ ອາ​ຍຸ​ການ​ຈະ​ມາ​ເຖິງ, ຍູ້​ແຮງ​ການ​ຫັນ​ບັນ​ດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ເປັນ​ຂອງ​ສັງ​ຄົມ. ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ ໄດ້​ສຸມ​ໃສ່​ສ້າງ​ແຫລ່ງ​ກຳ​ລັງ ເພືື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ເບິ່ງ​ແຍງ​ດູ​ແລ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຜູ້​ອາ​ຍຸ​ສູງ, ມຸ້ງ​ໄປ​ສູ່​ຮາກ​ຖານ, ຖື​ສະ​ມາ​ຊິກ​ສະ​ມ​າ​ຄົມ​ເປັນ​ໃຈ​ກາງ, ສາ​ຂາສະ​ມາ​ຄົມ, ຫນ່ວຍ​ພະ​ນັກ​ງານ​ໃນ​ສະ​ມາ​ຄົມ, ບັນ​ດາ​ຮູບ​ການ​ສະ​ໂມ​ສອນ ແມ່ນ​ບ່ອນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ອາ​ຍຸ​ສູງ. ກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ສະ​ມາ​ຄົມ​ຊຸດ​ທີ 5 ລວມ​ມີ ກຳ​ມະ​ການ 98 ຄົນ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ອະ​ດີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງງ​ານ ທະ​ຫານ​ເສຍ​ອົງ​ຄະ ແລະ​ສັງ​ຄົມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ອາ​ຍຸ​ການ 2016 -2021.


ຕອບກັບ

ຂ່າວ/ບົດ​ອື່ນ