ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມ ຫວຽດນາມ ຄັ້ງທີ XIII, ອາຍຸການ 2019 – 2024

(VOVWORLD) -  ຕອນເຊົ້າວັນທີ 13 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມ ຫວຽດນາມ ຄັ້ງທີ XIII, ອາຍຸການ 2019 – 2024 ໄດ້ດຳເນີນຢູ່ ຮ່າໂນ້ຍ. 

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ ແລະ ຜົນງານເຊິ່ງສະມາຄົມທະນາຍຄວາມ ຫວຽດນາມ ບັນລຸໄດ້ໃນອາຍຸການຜ່ານມາ. ເພື່ອປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດໜ້າທີ່ຂອງປະເທດຊາດ, ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສະເໜີໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ໃກ້ຊິດຕິດແທດ ແລະ ກຳແໜ້ນບັນດາທັດສະນະຂອງພັກ, ລັດ, ຜັນຂະຫຍາຍການປະຕິບັດໜ້າທີ່ຂອງສະມາຄົມໃຫ້ມີປະສິດທິຜົນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທະນາຍຄວາມ ຫວຽດນາມ ຄັ້ງທີ XIII, ອາຍຸການ 2019 – 2024 - ảnh 1 ທ່ານ ເຈິ່ນກວ໊ກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

    ທ່ານ ເຈິ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ກໍ່ຮຽກຮ້ອງໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ເພີ່ມທະວີວຽກງານສຶກສາອົບຮົບດ້ານການເມືອງ, ແນວຄິດ ແລະ ຈັນຍາບັນໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ. ທ່ານ ເຈິ່ນກວ໊ກເວື້ອງ ສະເໜີໃຫ້ສະມາຄົມທະນາຍຄວາມ ຫວຽດນາມ ຈັດຕັ້ງການເຄື່ອນໄຫວຕິດຕາມກວດກາ, ຕີລາຄາຄຸນນະພາບຂອງນະໂຍບາຍ, ກົດໝາຍຢ່າງມີປະສິດທິຜົນ; ເປັນເຈົ້າການເຂົ້າຮ່ວມວິວັດການປະຕິຮູບດ້ານຕຸລາການ, ການບໍລິຫານ, ປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ