ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ່ 6

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ່ 6  - ảnh 1
ການປະຊຸມ​​ຂ່າວ​ກ່ອນ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ
ສະມາຄົມ​ມິດຕະພາບ​ ​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ່ 6
(ພາບ: thoidai.com.vn)


(vovworld) – ກອງ​ປະຊຸມ​ໃຫຍ່ຜູ້​ແທນທົ່ວ​ປະ​ເທດສະມາຄົມ​ມິດຕະພາບ​ ​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ່ 6 (2015-2020)​ ຄາດ​ວ່າຈະ​ດຳ​ເນີນ​ການ​ໃນ​ວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ​​​ເຊິ່ງມີ​ການເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຫວຽດນາມ​ກວ່າ 150 ຄົນ; ທ່ານຮອງ​ປະທານ​ສະມາຄົມ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ Motoyoshi Ryoikichi; ບັນດາ​ຜູ້​ຕ່າງ​ໜ້າ​ວິສາ​ຫະກິດ ຍີ່ປຸ່ນ ​ແລະ ນັກ​ຂ່າວ​​ຂອງ​ຍີ່ປຸ່ນ​ຢູ່ ຮ່າ​ໂນ້ຍ.

            ​ໃນ​ການປະຊຸມ​​ຂ່າວ​ກ່ອນ​ດຳ​ເນີນກອງ​ປະຊຸມ​ໃຫຍ່ ວັນ​ທີ 25/3, ທ່ານ​ງຽມຫວູຂາຍ ປະທານ​ສະມາຄົ​ມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ​ໃນ​ຕະຫຼອດ 50 ປີ ນັບແຕ່​ວັນ​ສ້າງ​ຕັ້ງ, ສະມາຄົມ​ມິດຕະພານ ຫວຽດນາມ - ຍີ່ປຸ່ນ ມີ​ຫລາຍ​ການ​ເຄື່ອນ​ໄຫວ ​ແລະ ປະກອບສ່ວນແທດ​ຈິງ​ເຂົ້າ​​ໃນ​ການ​ຊຸກຍູ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ປ່ຽນ​ໃໝ່​ແບບວິທີ​ ​ແລະ ​ເນື້ອ​ໃນ​ການ​ເຄື່ອນ​ໄຫວຢ່າງ​ແຂງ​ແຮງ, ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຕິດ​ພັນ​ກັບ​ການ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ບົນ​ນຳ້​ໃຈ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ​ໃນທຸກໆ​​ຂົງ​ເຂດ​.

           ​ເນື່ອງ​ໃນ​ໂອ​ການ​ນີ້, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ​ ຈະ​ມີ​ຄວາມເປັນ​ກຽດ​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ຈາກປະທານ​ປະ​ເທດ​ ຫວຽດນາມ.

ຂ່າວ/ບົດ​ອື່ນ