ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະສະມາຄົມປ້ອງກັນຄວາມໝັ້ນຄົງ ທາງອິນເຕີເນັດແຫ່ງຊາດຄັ້ງທີ 1

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ສະເໜີວ່າ ສະຫະສະມາຄົມໄດ້ວາງອອກພາລະກຳ ແລະ ວິໄສທັດເໝາະສົມກັບ ຍຸກສະໄໝ...
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະສະມາຄົມປ້ອງກັນຄວາມໝັ້ນຄົງ ທາງອິນເຕີເນັດແຫ່ງຊາດຄັ້ງທີ 1 - ảnh 1ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ:Minh Sơn/qdnd.vn)

ຕອນບ່າຍວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ສະຫະພັນປ້ອງກັນຄວາມໝັ້ນຄົງທາງອິນເຕີເນັດແຫ່ງຊາດ, ອາຍຸການ 2023 – 2028. ສະຫະສະມາຄົມປ້ອງກັນຄວາມໝັ້ນຄົງທາງອິນເຕີເນັດແຫ່ງຊາດ ແມ່ນອົງການສັງຄົມ - ວີຊາຊີບຂອງພົນລະເມືອງ ແລະ ອົງການ ຫວຽດນາມ ເຄື່ອນໄຫວ ໃນຂົງເຂດຄວາມໝັ້ນຄົງທາງ ອິນເຕີເນັດແບບສະໝັກໃຈສ້າງຕັ້ງ, ເພື່ອແນໃສ່ ປົກປັກຮັກສາສິດ, ຜົນປະໂຫຍດອັນເປັນທຳຂອງ ສະມາຊິກ, ສາມັກຄີຮັບປະກັນ ຄວາມໝັ້ນຄົງ ທາງອິນເຕີເນັດຕາມການກຳນົດທິດ, ຍຸດທະສາດກ່ຽວກັບຄວາມ ໝັ້ນຄົງ ທາງອິນເຕີເນັດແຫ່ງຊາດ.

        ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ສະເໜີວ່າ ສະຫະສະມາຄົມໄດ້ວາງອອກພາລະກຳ ແລະ ວິໄສທັດເໝາະສົມກັບ ຍຸກສະໄໝ, ບໍ່ພຽງແຕ່ສ້າງຄວາມສະດວກດ້ານເສດຖະກິດ, ປົກປັກຮັກສາ ຜົນປະໂຫຍດຂອງບັນດາ ສະມາຊິກເທົ່ານັ້ນ, ຫາກຍັງຕ້ອງກຳນົດທິດເປົ້າໝາຍ ສູງສົ່ງກ່ວາ ນັ້ນແມ່ນກາຍເປັນກຳລັງໜູນຕົ້ນຕໍ່ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສ້າງພື້ນຖານອຸດສາຫະກຳຄວາມໝັ້ນຄົງ ທາງອິນເຕີເນັດ ຫວຽດນາມ, ສ້າງຕະຫຼາດຄວາມໝັ້ນຄົງທາງອິນເຕີເນັດ ມີຄຸນຄ່າສູງໃນແຜນທີ່ສາກົນ, ສ້າງບັນດາກຸ່ມບໍລິສັດ, ບໍລິສັດມີກຳລັງຄວາມສາມາດຢ່າງເຂັ້ມແຂງ ດ້ານຄວາມໝັ້ນຄົງໄດ້ຮັບການຮັບຮູ້ ຈາກໂລກ...ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ