ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 9 ຈະດຳ​ເນີນ​ແຕ່ວັນທີ 18 - 20 ກັນຍາ

(VOVWORLD)-ນີ້ແມ່ນກອງປະຊຸມໃຫຍ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ, ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງສາມັກຄີ, ຍູ້ແຮງວິວັດທະນາການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ຢ່າງຮອບດ້ານ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ 9 ຈະດຳ​ເນີນ​ແຕ່ວັນທີ 18 - 20 ກັນຍາ - ảnh 1 (ພາບປະກອບອີນເຕີແນັດ)

ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ ແລະ ພັດທະນາ”, ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 9 ແນວໂຮມປະເທດຊາດຫວຽດນາມ ອາຍຸການ 2019 - 2024, ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 999 ຄົນ, ໂດຍຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ຊົນເຜົ່າ, ສາສະໜາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ສ່ວນບຸກຄົນດີເດັ່ນ. ນີ້ແມ່ນກອງປະຊຸມໃຫຍ່ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ, ກໍ່ສ້າງ ແລະ ເສີມຂະຫຍາຍກຳລັງແຮງສາມັກຄີ, ຍູ້ແຮງວິວັດທະນາການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ຢ່າງຮອບດ້ານ.

        ໂດຍແມ່ນຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງແນວໂຮມປະເທດຊາດ ເປັນ 3 ຄັ້ງແລ້ວ, ທ່ານນາງ ຟານບິ໊ກທ້ຽນ, ປະທານກອງທຶນເພື່ອການພົວພັນຮຸງກາຣີ - ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ຢູ່ຮຸງກາຣີ, ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ.

        “ເລື່ອງຂົນຂວາຍ, ແຈ້ງຂໍ້ມູນຂ່າວກ່ຽວກັບກອງປະຊຸມໃຫຍ່ສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເລີ່ມປະຕິບັດກ່ອນໜ້ານັ້ນແຕ່ດົນແລ້ວ. ໃນປີຜ່ານມາ, ມີຄະນະຜູ້ແທນຂັ້ນສູງຫຼາຍຄະນະຂອງຄະນະກຳມະການ ໄດ້ໄປຢ້ຽມຢາມ, ຢື້ຢາມຖາມຂ່າວພໍ່ແມ່ພີ່ນ້ອງຢູ່ບັນດາປະເທດ ເພື່ອຊອກຮູ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າ, ພ້ອມທັງກໍ່ສັງເກດການເຄື່ອນໄຫວຂອງບັນດາສະມາຊິກ ເພື່ອກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່”.

        ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຍັງມີຄະນະຜູ້ແທນແນວລາວ ສ້າງຊາດ; ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ; ແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ… ພ້ອມກັບບັນດາຜູ້ແທນທີ່ມາຈາກບັນດາອົງການຈັດຕັ້ງສາກົນ, ບັນດາອົງການ ການທູດປະຈຳຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ