ກອງປະຊຸມໃຫ່ຍຜູ້ແທນບັນດາຊາວຄິຼດຫວຽດນາມ


ກອງປະຊຸມໃຫ່ຍຜູ້ແທນບັນດາຊາວຄິຼດຫວຽດນາມ  - ảnh 1 

(ພາບ: vov.vn)

(vovworld)-​​​​ ​ ກອງ​ປະຊຸມ​ໃຫ່ຍຜູ້​ແທນບັນດາ​ຊາວ​ຄຼິດຫວຽດນາມ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຄັ້ງທີ 6 ອາຍຸ​ການ 2013-2018 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 19-20/11 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 450 ທ່ານ​ຊື່​ງ​ແມ່ນ​ບັນດາ​ຄຸນ​ພໍ່ ​ແລະ ຊາ​ວຄິຼດ ຕາງໜ້າ​ໃຫ້​ຊາວ​ຄິຼດທົ່ວ​ປະ​ເທດ. ກອງ​ປະຊຸມ​ໃຫ່ຍຕີ​ລາຄາ​ໝາກຜົນ​ຂະ​ບວນການ​ແຂ່ງຂັນຮັກ​ຊາດ​ໃນ​ໝູ່​ຊາວ​ຄຼິດ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດຫວຽດນາມ ອາຍຸ​ການ​ຜ່ານ​ມາ, ວາງ​ອອກ​ທິດ​ທາງ​ປະຕິບັດ​ງານ​ໄລຍະ 2013-2018; ​ເຈລະຈາ ​ແລະ ສະ​ເໜີ​ຜູ້​ມີ​ຄວາມ​ສາມາດ​ເຂົ້າຮ່ວມ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດຫວຽດນາມ. ກອງ​ປະຊຸມ​ໃຫ່ຍສືບ​ຕໍ່​ປຸກລະດົມ ຂະ​ບວນການ​ແຂ່ງຂັນຮັກ​ຊາດ​ໃນ​ໝູ່​ຊາວ​ຄຼິດ, ​ໂດຍ​ສະ​ເພາະ​ແມ່ນ​ບັ້ນຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ-​ຢູ່​ໃນ​ສິນ ກິນ​ໃນ​ທຳ“. ​



ຂ່າວ/ບົດ​ອື່ນ