ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກປັນຍາຊົນຍິງຫວຽດນາມຄັ້ງທີ2

ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກປັນຍາຊົນຍິງຫວຽດນາມຄັ້ງທີ2 - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 3/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ນັກ​ປັນຍາ​ຊົນ​ຍິງ ຫວຽດນາມ ຄັ້ງ​ທີ 2 (ອາຍຸ​ການ 2016 – 2021). ທີ່​ກອງ​ປະຊຸມ​ໃຫຍ່, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຄຳ​ເຫັນ​ເພື່ອ​ແນ​ໃສ່​ປັບ​ປຸງ, ກໍ່ສ້າງ ​ແລະ ພັດທະນາ​ສະມາຄົມ​ນັກ​ປັນຍາ​ຊົນ​ຍິງ ຫວຽດນາມ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ: ຂົນຂວາຍ​ສະມາຊິກ​​ໃນ​ສະມາຄົມ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ, ມີຫົວຄິດ​ປະດິດ​ສ້າງ​ໃນການ​ປະກອບ​ອາຊີບ. ພ້ອມ​ກັນ​ນັ້ນ, ສະມາຄົມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ, ປະ​ຕິ​ບັດ​ບົດບາດ, ຄວາມ​ຮັບຜິດຊອບ​​ໃນ​ຄອບຄົວ ​ແລະ ສັງຄົມ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຍົກ​ສູງ​ ທີ່​ຕັ້ງ, ບົດບາດຂອງ​ແມ່ຍິງ ຫວຽດນາມ. ກອງ​ປະຊຸມ​ໃຫຍ່​ໄດ​້​​ເປັນ​ເອກະ​ພາບ​ເລືອກ​ຕັ້ງ​ສະມາຊິກ 55 ຄົນ​ເຂົ້າ​ຄະນະ​ບໍລິຫານ​ງານ​ຊຸ​ດທີ 2. ທ່ານ​ນາງ ຟ້າ​ມທິ​ເຈີ​ນ​ເຈົາ ​ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ. ທ່ານນາງ ຟ້າ​ມທິ​ເຈີ​ນ​ເຈົາ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈະ​ມີ​ຄວາມ​ສາມັກຄີ ​ແລະ ພະຍາຍາມ​ສູ້​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​​ໃຫຍ່ໄດ້​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ. ສະມາຄົມ​ນັກ​ປັນຍາ​ຊົນ​ຍິງ ຫວຽດນາມ ມີ​ບັນດານັກຊ່ຽວຊານ​ໃນ​ຫຼາຍ​ຂົງ​ເຂດ, ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່ກຽມພ້ອມ​ຮັບ​ໜ້າ​ທີ່​ຂອງ​ບັນດາ​ອົງການ, ຂະ​ແໜງ​ການ​ມອບ​ໝາຍ​ໃຫ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​​ເປັນທີ່​ປຶກສາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ.”


ຂ່າວ/ບົດ​ອື່ນ