ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມ Paralympic ຫວຽດນາມ ຊຸດທີ 4

ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມ Paralympic ຫວຽດນາມ ຊຸດທີ 4 - ảnh 1
ທ່ານ ຫວູເທ໋ຟຽດ, ຮອງປະທານທັງເປັນເລຂາສະຫະສະມາຄົມ paralympic ຫວຽດນາມ
(ພາບ: thethaovietnam.vn)

(vovworld) – ວັນ​ທີ 21/7, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະຫະ​ສະມາຄົມ Paralympic ຫວຽດນາມ ຊຸດ​ທີ 4 ອາຍຸ​ການ 2013 – 2017 ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ 81 ຄົນຈາກ​ແຂວງ, ນະຄອນ​ຕ່າງໆໃນ​ທົ່ວປະ​ເທດ ພ້ອມ​ກັບ​ບັນດາ​ຄູ​ເຝິກ​ທີ່​ຕິດ​ພັນ​ກັບ​ຂະ​ບວນການກິລາ​ຄົນ​ພິການ​ຫວຽດນາມ. ​ໃນ​ໄລຍະ 2006-2012, ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະຫະ​ສະມາຄົມ Paralympic ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ກິລາ​ຄົນ​ພິການ​ທົ່ວ​ປະ​ເທດ​ຫຼາຍ​ຄັ້ງ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກຍູ້​ຂະ​ບວນການ​ເຝິກ​ແອບ​ກິລາ​ຢູ່​ທ້ອງ​ຖີ່​ນຕ່າງໆ, ນຳ​ຂະ​ບວນການ​ກິລາ​ຂອງ​ຄົນ​ພິການ​ພັດທະນາ​ຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ​ໃນ​ທົ່ວ​ປະ​ເທດ. ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ໜູນ​ຊ່ວຍ​ໃຫ້​ຄົນ​ພິການ​ໄລຍະ 2012 – 2020. ​ໃນ​ອະຍຸ​ການຈະ​ມາ​ເຖິງ, ສະຫະ​ສະມາຄົມ Paralympic ຫວຽດນາມ ວາງ​ອອກ​ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ບວນການ​ເຝິກ​ແອບ​ກິລາກາ​ຍະ​ກຳ​ໃຫ້​ແກ່​ຄົນ​ພິການ​ຢູ່​ທ້ອງ​ຖີ່​ນຕ່າງໆ ​ແລະ ສູ້​ຊົນ​ໄດ້​ຮັບ​ຫຼຽນ​ຢູ່​ງານ​ມະຫາ​ກຳ​ກິລາ Paralympic ປີ 2016 ​ເຊິ່ງຈັດ​ຕັ້ງ​ຢູ່ Brazil, ​ແລະ ​ໄດ້​ຮັບ​ຜົນງານ​ສູງ​ຢູ່ Paragame 2014 ຢູ່​ມຽນມາ.

ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງທ່າ​ນ ຟ້າ​ມວັນ​ຕ໋ວນ  ​ເປັນ​ປະທານ Paralympic ຫວຽດນາມ ຊຸດ​ທີ 5.

ຂ່າວ/ບົດ​ອື່ນ