ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກໄລຍະ2015-2020

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກໄລຍະ2015-2020 - ảnh 1
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກໄລຍະ2015-2020
(ພາບ: TriDung/TTXVN)

(vovworld) - ວັນ​ທີ 11/8, ຢູ່​ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ໄລຍະ 2015 – 2020 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ. ບົດ​ລາຍ​ງານການ​ເມືອງ ​ແລະ ບັນດາ​ບົດ​ປາ​ໄສຢູ່ກອງ​ປະຊຸມ​ໃຫຍ່ ​ໄດ້​ຊີ້​ແຈ້ງ​ບັນດາ​ຜົນ​ງານ​ພົ້ນ​ເດັ່ນ ​ແລະ ຢືນຢັນບັນດາຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫລວງ​ຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ໃນ​ໄລຍະ​ທີ່​ຜ່ານ​ມາ. ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ທິດ​ທາງ​ຂອງ​ໄລຍະ 2015 – 2020 ​ແມ່ນ: ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ຂອງ​ອົງຄະ​ນະ​ພັກ ​ແລະ ອົງຄະ​ນະ​ພັກ​ຕ່າງໆ, ໜ່ວຍ​ພັກ​ສັງກັດ; ສ້າງ​ອົງຄະ​ນະ​ພັກ, ບັນດາ​ໝູ່​ຄະນະ​ທີ່​ປອດ​ໄສ, ໝັ້ນຄົງ​​ເຂັ້ນ​ແຂງ; ສືບ​ຕໍ່​ປ່ຽນ​ໃໝ່, ປັບປຸງ​ແບບ​ແຜນ​, ວິຖີ​ຊີວິດ, ວິທີ​ການ​ເຮັດ​ວຽກ; ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເສນາ​ທິການ, ຮັບ​ໃຊ້​ສູນ​ກາງ; ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ​ຂອງ​ພະນັກງານ, ສະມາ​ຊິດ​ພັກ, ສູ້​ຊົນ​ສຳ​ເລັດ​ໜ້າ​ທີ່​ດ້ານ​ການ​ເມືອງ​ທີ່​ໄດ້​ຮັບມອບ​ໝາຍ​ເປັນ​ຢ່າງ​ດີ​, ປະກອບສ່ວນ​ພ້ອມກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປະຕິບັດ​ມະຕິ​​ກອງ​ປະຊຸມ​ໃຫຍ່ ຊຸດ​ທີ 12 ຂອງ​ພັກ​ຢ່າງ​ມີ​ໄຊ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ໄລຍະ 2015 – 2020 ລວມມີສະມາຊິກ 27 ທ່ານ.


ຂ່າວ/ບົດ​ອື່ນ