ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູເທາະ

(VOVWORLD) - ແຂວງ ຝູເທາະ ຄວນປັບປຸງແຮງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຫັນປ່ຽນໂຄງປະກອບເສດຖະກິດ, ເລືອກເຟັ້ນ ແລະ ກຳນົດຮູບແບບການເຕີບໂຕໃຫ້ເໝາະສົມ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູເທາະ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

  ຕອນເຊົ້າວັນທີ 27 ຕຸລາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຝູເທາະ ຄັ້ງທີ 19, ອາຍຸການ 2020 – 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີວ່າ ໃນອາຍຸການນີ້, ແຂວງ ຝູເທາະ ຄວນປັບປຸງແຮງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຫັນປ່ຽນໂຄງປະກອບເສດຖະກິດ, ເລືອກເຟັ້ນ ແລະ ກຳນົດຮູບແບບການເຕີບໂຕໃຫ້ເໝາະສົມ ເພື່ອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນຢ່າງສຸດຂີດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ແຂວງ ຄວນສຸມໃສ່ປະຕິຮູບການບໍລິຫານ, ສັບຊ້ອນກົງຈັກໃຫ້ກະທັດລັດ, ຜັນຂະຫຍາຍແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຮັບໃຊ້ບັນດາຂົງເຂດ, ຄວນໃຫ້ບຸລິມະສິດພັດທະນາ, ເບິ່ງແຍງດູແລການສ້າງ, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານ, ລັດຖະກອນຢ່າງເປັນປະຈຳ. ພ້ອມທັງ ເພີ່ມທະວີ, ປຸກລະດົມແຫຼ່ງກຳລັງການລົງທຶນພື້ນຖານໂຄງລ່າງສຳຄັນຍຸດທະສາດ ຄືເຂດອຸດສາຫະກຳ, ເຂດທ່ອງທ່ຽວ, ໃນນັ້ນ ຄວນເອົາໃຈໃສ່ເປັນພິເສດເຖິງການຍົກລະດັບ, ປັບປຸງພື້ນຖານໂຄງລ່າງທີ່ກ່ຽວຂ້ອງເຖິງເຂດອຸດສາຫະກຳ ແລະ ຍົກອອກບັນດານະໂຍບາຍບຸກທະລຸ, ດຶງດູດວິສາຫະກິດທີ່ມີກຳລັງບົ່ມຊ້ອນເປັນຢ່າງດີ ໃນສະພາບການຫັນປ່ຽນລະບົບສະໜອງສາກົນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ